spot_img
Homeຂ່າວພາຍ​ໃນບຸນອອກພັນສາປີນີ້ ທົ່ວນະຄອນຫຼວງວຽງຈັນ ມີອຸບັດເຫດ ເກີດຂຶ້ນ 12 ກໍລະນີ ແລະ ເສຍຊີວິດ 1 ຄົນ

ບຸນອອກພັນສາປີນີ້ ທົ່ວນະຄອນຫຼວງວຽງຈັນ ມີອຸບັດເຫດ ເກີດຂຶ້ນ 12 ກໍລະນີ ແລະ ເສຍຊີວິດ 1 ຄົນ

Published on

ຂໍ້ມູນຈາກ ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ(ນວ)ໃຫ້ຮູ້ວ່າ: ໃນໄລຍະບຸນອອກພັນສາ ປະວໍລະນາ ປະຈຳປີ 2022 ນີ້, ນັບແຕ່ວັນທີ 9-11 ຕຸລາ ທົ່ວນະຄອນຫລວງວຽງຈັນ ມີອຸບັດເຫດເກີດຂຶ້ນທັງໝົດ 12 ກໍລະນີ, ມີພາຫະນະເປ່ເພ 25 ຄັນ, ບາດເຈັບ 19 ຄົນ ໃນນັ້ນ, ບາດເຈັບເລັກນ້ອຍ 4 ຄົນ, ເຈັບສົມຄວນ 11, ເຈັບສາຫັດ 4 ຄົນ ແລະ ເສຍຊີວິດ 1 ຄົນ, ຊຶ່ງສາເຫດທີ່ພາໃຫ້ເກີດອຸບັດເຫດແມ່ນມາຈາກການດື່ມສິ່ງມຶນເມົາ, ຜູ້ຂັບຂີ່ບໍ່ປະຕິບັດກົດລະບຽບຈະລາຈອນ ແລະ ອື່ນໆ.

ສໍາລັບ ເມືອງທີ່ເກີດອຸບັດເຫດຫລາຍກວ່າໝູ່ ແມ່ນເມືອງຫາດຊາດຟອງ 5 ກໍລະນີ, ເມືອງສີໂຄດຕະບອງ 3 ກໍລະນີ, ເມືອງຈັນທະບູລີີ ແລະ ເມືອງໄຊທານີ ເມືອງລະ 2 ກໍລະນີ.

ຢ່າງໃດກໍຕາມ, ພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ຍັງຝາກເຖິງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິ, ລະມັດລະວັງຕົວໃນການຂັບຂີ່, ໃຫ້ກຽດເຊິ່ງກັນ ແລະ ກັນຂອງຜູ້ຂັບຂີ່ ພ້ອມກັນປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ ເພື່ອເປັນການຊ່ວຍຫລຸດຜ່ອນການເກີດອຸບັດເຫດ ໂດຍສະເພາະໃນໄລຍະສະເຫລີມສະຫລອງ ບຸນປະເພນີ ຫລື ເທສະການຕ່າງໆ ຂໍໃຫ້ທຸກໆຄົນໃນທົ່ວສັງຄົມ ຈົ່ງມີສະຕິໃນການໄປ-ການມາ, ເມົາແລ້ວບໍ່ຄວນຂັບຂີ່ລົດ, ທັງນີ້ ກໍເພື່ອຮັບປະກັນບໍ່ ໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...