spot_img
Homeລົດຍົນ-ຍານພາຫະນະ10 ວິທີ ຂັບລົດແບບປະຢັດນ້ຳມັນ.

10 ວິທີ ຂັບລົດແບບປະຢັດນ້ຳມັນ.

Published on

10 ວິທີ ຂັບລົດໃຫ້ປະຢັດນໍ້າມັນ ມີດັ່ງນີ້:

  1. ໝັ່ນກວດລົມຢາງລົດສະເໝີ: ການປ່ອຍໃຫ້ຢາງລົດອ່ອນຈະເຮັດໃຫ້ເກີດການສຽດສີຫຼາຍຂື້ນ ເຄື່ອງຈັກຈະເຮັດວຽກໜັກດັ່ງນັ້ນຈຶ່ງເຮັດໃຫ້ເປືອງນໍ້າມັນກວ່າປົກກະຕິ ສະນັ້ນຄວນກວດລົມລົດຕະຫຼອດ ໂດຍສະເພາະຍາມເດີນທາງໄກ ແລະ ຄວນເຕີມລົມລົດຕາມມາດຕະຖານທີ່ກຳນົດທັງລໍ້ໜ້າ ແລະ ລໍ້ຫຼັງ.

2. ຂັບລົດດ້ວຍຄວາມໄວສະໝໍ່າສະເໝີ: ແຮ່ງຂັບໄວແຮ່ງເຮັດໃຫ້ລົດກິນນໍ້າມັນຫຼາຍຂື້ນ ເພາະປົກະຕິລົດສ່ວນໃຫຍ່ຈະປະຢັດນໍ້າມັນ ເມື່ອເຮົາຂີ່ດ້ວຍຄວາມໄວ 50-80 ກິໂລແມັດ/ຊົ່ວໂມງ ແຕ່ຖ້າຫາກຂີ່ກາຍນັ້ນຄວາມໄວກໍ່ຈະເຜົ່າຜານເຊື້ອໄຟເພີ່ມຂື້ນເລື່ອຍໆ.

3. ບໍ່ຄວນເປີດແອເຢັນເກີນໄປ: ຮູ້ບໍ່ວ່າການເຮັດວຽກຂອງເຄື່ອງປັບອາກາດໃນລົດ ມັນດຶງພະລັງງານນໍ້າມັນເຊື້ອໄຟເຖິງ 10 – 20 ສ່ວນຮ້ອຍ ດັ່ງນັ້ນເຮົາຄວນປັບອຸນຫະພູມແອໃຫ້ເໝາະສົມ.

4. ມອດແອກ່ອນຮອດຈຸດໝາຍ: ເມື່ອໃກ້ຈະຮອດຈຸດໝາຍ ປະມານ 100-200 ແມັດ ຄວນມອດແອໄວ້ເລີຍ ເພາະອຸນຫະພູມຍັງຄົງເຢັນຢູ່ ແລະ ເຮັດໃຫ້ປະຢັດນໍ້າມັນຕື່ມອີກ.

5. ຄ່ອຍໆອອກລົດເບົາໆ ແລະ ເລັ່ງລົດໃນຍາມຈຳເປັນ: ເມື່ອໃສ່ເກຍລົດແລ້ວ ຄວນຄ່ອຍໆອອກໂຕຢ່າງເບົາທີ່ສຸດ ເພາະການອອກໂຕລົດແຮງເກີນໄປ ເຮັດໃຫ້ເປືອງນໍ້າມັນ ແລະ ຍັງເຮັດໃຫ້ອາໄຫຼ່ຕ່າງໆ ເປເພໄວກ່ອນກຳນົດ.

6. ເບກໃຫ້ໜ້ອຍທີ່ສຸດ ໃຊ້ການສະລໍແທນ: ການປະເມີນສະຖານະການລ່ວງໜ້າເພື່ອສະລໍລົດ ແທນການເບກບາດດຽວ ເປັນອີກໜຶ່ງວິທີ ທີ່ຊ່ວຍໃນການປະຢັດນໍ້ມັນໄດ້ດີ.

7. ເມື່ອລົດຕິດໃຫ້ໃສ່ເກຍວ່າງ: ຖ້າຢູ່ໃນສະຖານະການລົດຕິດຢ່າງໜາແໜ້ນ ແນະນຳໃຫ້ໃສ່ເກຍວ່າງ ຫຼື ເກຍ N (ຖ້າເກຍໂອໂຕ) ແທນທີ່ຈະໃສ່ເກຍ D ແລ້ວຢຽບເບກປະມ້ຽນ ເພາະເປັນອີກວິທີນີ້ທີ່ຊ່ວຍໃນການປະຢັດນໍ້າມັນ ແລະ ເຮັດໃຫ້ບໍ່ເມື່ອຍຂາ.

8. ບໍ່ຈຳເປັນຕ້ອງຢຽບຄັນເລັ່ງທຸກເທື່ອ: ເມື່ອເຂົ້າເກຍໄປໜ້າ (D) ຫຼື ເກຍ 1 ແລ້ວຄ່ອຍໆປ່ອຍໃຫ້ລົດອອກໂຕໄປເອງໂດຍບໍ່ຕ້ອງຢຽບຄັນເລັ່ງ ວິທີນີ້ໃຊ້ຫຼາຍໃນຍາມລົດຕິດ ເພາະເປັນການປະຢັດນໍ້າມັນໄດ້ດີຄືກັນ.

9. ບໍ່ຄວນບັນທຸກນໍ້າໜັກຫຼາຍເກີນໄປ: ການບັນທຸກນໍ້າໜັກຫຼາຍເກີນຂອບເຂດກຳນົດ ກໍສົ່ງຜົນໃຫ້ເຄື່ອງຈັກເຮັດວຽກໜັກເຊັ່ນກັນ ແລະ ແນ່ນອນວ່າການກິນນໍ້າມັນກໍ່ຫຼາຍຂື້ນ ດັ່ງນັ້ນສິ່ງທີ່ບໍ່ໄດ້ໃຊ້ຄວນເກັບອອກຈາກລົດ.

10. ບໍ່ຄວນເອົາເຄື່ອງໄວ້ເທິງຫຼັງຄາລົດ: ຫຼາຍຄົນມັກໄປທ່ຽວແລ້ວຕິດຕັ້ງຄານໄວ້ເທິງຫຼັງຄາລົດເພື່ອເອົາກະເປົາ ແລະ ເຄື່ອງໄວ້ ແຕ່ຮູ້ບໍ່ວ່າສິ່ງນີ້ເຮັດໃຫ້ສິ້ນເປືອງນໍ້າມັນຢ່າງຫຼວງຫຼາຍ ເພາະມີແຮງຕ້ານຫຼາຍຂື້ນ.

ຂໍ້ມູນ: ກະປຸກ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...