spot_img
Homeຂ່າວພາຍ​ໃນພິທີປະດັບຫຼຽນໄຊ “ພິລະອາດຫານຊັ້ນ II”

ພິທີປະດັບຫຼຽນໄຊ “ພິລະອາດຫານຊັ້ນ II”

Published on

ພິທີປະດັບຫຼຽນໄຊ “ພິລະອາດຫານຊັ້ນ II” ໃຫ້ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດ ເສດຖະກິດພິເສດສາມຫຼຽມຄໍາ
ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 3599 /ກປທ, ລົງວັນທີ 26 ກໍລະກົດ 2022 ວ່າດ້ວຍການມອບຫຼຽນໄຊພິລະອາດຫານຊັ້ນ II, ໃນຕອນແລງຂອງວັນທີ 1 ຕຸລາ 2022 ນີ້ ທີ່ເຂດເສດຖະກີດພິເສດ ສາມຫຼ່ຽມຄຳ ໄດ້ຈັດພິທີປະດັບຫຼ່ຽນໄຊພິລະອາດຫານຊັ້ນ II ໃຫ້ ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດ ຖະກິດ ພິເສດສາມຫຼ່ຽມຄໍາ ຂຶ້ນຢ່າງເປັນທາງການ ແລະ ສົມກຽດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ຈາລຶກ ບັນດາຜົນງານ ທີ່ທ່ານໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ.

ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປ.ອ ບົວຄົງ ນາມມະວົງ ເຈົ້າແຂວງແຂວງບໍ່ແກ້ວ, ທ່ານ ພັ.ອ ບຸນມີ ພາມີໄຊ ຫົວໜ້າກອງບັນຊາການທະຫານແຂວງບໍ່ແກ້ວ, ເຈົ້າເມືອງເມືອງຕົ້ນເຜິ້ງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ, ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ, ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ.

ທ່ານ ຈ້າວ ເຫວີຍ ເຖິງແມ່ນນັກລົງທຶນຈາກຕ່າງປະເທດ ປັນເຈົ້າການເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກ່ຽວກັບວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ໄດ້ຊີ້ນໍາ-ນໍາພາ ພະນັກງານຂອງສະພາບໍລິຫານເຂດ, ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ເຂົ້າຮ່ວມ ແລະ ສະໜັບສະໜູນການເຄື່ອນໄຫວວຽກງານວິຊາສະເພາະຂອງສອງກໍາລັງ ເປັນຕົ້ນ ແມ່ນການປົກປັກຮັກສາຂອບເຂດດິນແດນ ແລະ ຄວາມສະຫງົບປອດໄພ, ການແກ້ໄຂບັນຫາສິ່ງເສບຕິດ ແລະ ອື່ນໆ ຢູ່ພາຍໃນເຂດ ແລະ ນອກເຂດດ້ານພາລາທິການ ໄດ້ສະໜູນທຶນຮອນໂຄງການກໍ່ສ້າງຄ້າຍທະຫານປ້ອງກັນອາກາດ (ຄໍ 13) ເຊິ່ງລວມການຊົດເຊີຍດິນ ແລະ ປັບດິນເປັນມູນຄ່າ 2.843.060 ໂດລາ ຫຼື ປະມານ 45,48 ຕື້ກີບ; ໂຄງການກໍ່ສ້າງຄ້າຍກອງຮ້ອຍຊາຍແດນ (ຄໍ 122) ມູນຄ່າ 1,1 ລ້ານຢວນ ຫຼືປະມານ 2,5 ຕື້ກີບ, ໂຄງການປັບປຸງຄ້າຍທະຫານ ງໍ 419 ແລະ ງໍ 405 ມູນຄ່າ 45 ລ້ານກີບ, ໄດ້ສະໜອງງົວພັນໃຫ້ທະຫານແຂວງ 110 ໂຕ ມູນຄ່າ 1,25 ຕື້ກີບ, ໄດ້ອໍານວຍຄວາມສະດວກສະໜອງພາຫະນະ, ງົບປະມານບໍລິຫານ ແລະ ການອຸດໜູນຕ່າງໆ ໃຫ້ກໍາລັງທະຫານທີ່ປະຈໍາຢູ່ເຂດ ປີໜຶ່ງປະມານ 2,5 ຕື້ກີບ, ໄດ້ສະໜັບສະໜູນວຽກງານການລາດຕະເວນຕາມລໍາແມ່ນໍ້າຂອງ 4 ປະເທດ ແລະ ຜົນງານອື່ນໆ, ທັງໝົດນັ້ນ ໄດ້ປະກອບສ່ວນສໍາຄັນ ເຮັດໃຫ້ຂົງເຂດສາມຫຼ່ຽມຄໍາ ກໍ່ຄືແຂວງບໍ່ແກ້ວພວກເຮົາ ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີການພັດທະນາທີ່ໄວຂຶ້ນ.

ຍ້ອນຜົນງານການປະກອບຢ່າງຫຼວງຫຼາຍນັ້ນ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ກໍ່ຄືອົງການປົກຄອງແຂວງ ຈຶ່ງໄດ້ສະເໜີຂັ້ນເທິງຕົກລົງມອບຫຼຽນໄຊ ພິລະອາດຫານຊັ້ນ II ໃຫ້ທ່ານ ແລະ ໄດ້ຈັດພິທີຂຶ້ນຢ່າງສົມກຽດ.

ແຫຼ່ງຂ່າວ: ຫ້ອງການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...