spot_img
Homeຂ່າວພາຍ​ໃນພິທີເຊັນສັນຍາເຊົ່າທີ່ດິນຂອງລັດ ເພື່ອດໍາເນີນໂຄງການ ລາດຊະວົງ ພລາຊາ

ພິທີເຊັນສັນຍາເຊົ່າທີ່ດິນຂອງລັດ ເພື່ອດໍາເນີນໂຄງການ ລາດຊະວົງ ພລາຊາ

Published on

ໃນວັນທີ 28 ກັນຍາ 2022 ທີ່ກະຊວງການເງິນ ໄດ້ຈັ ລະຫວ່າງ ກົມຄຸ້ມຄອງຊັບສິນແຫ່ງລັດ (ຕາງໜ້າກະຊວງການເງິນ) ແລະ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ.ໂດຍການລົງນາມຂອງທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ທ່ານ ເຊີນ ປິງ ປະທານ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າພະແນກ-ຮອງຫົວໜ້າພະແນກ ຕາງໜ້າພະແນກອ້ອມຂ້າງກົມ ພ້ອມດ້ວຍວິຊາການ ແລະ ຄະນະຈາກ ບໍລິສັດ ລາດຊະວົງ ພັດທະນາ ຈໍາກັດ ເຂົ້າຮ່ວມ.

ເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 104/ຫສນຍ, ລົງວັນທີ 25 ກໍລະກົດ 2022 ແລະ ຂໍ້ຕົກລົງ ຂອງກະຊວງການເງິນ ສະບັບເລກທີ 2754/ກງ, ລົງວັນທີ 13 ກັນຍາ 2022 ວ່າດ້ວຍການອະນຸຍາດໃຫ້ເຊົ່າທີ່ດິນຂອງລັດ ແກ່ບໍລິສັດ ລາດຊະວົງ ພັດທະນາ ຈຳກັດ ເພື່ອພັດທະນາໂຄງການລາດຊະວົງ ພລາຊາ ທີ່ຕັ້ງຢູ່ບ້ານຈອມມະນີ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດຈຳນວນ 23,494 ຕາແມັດ, ເຊິ່ງມີອາຍຸ ສັນຍາເຊົ່າທີ່ດິນ 50 ປີ, ສໍາລັບອັດຕາຄ່າເຊົ່າ ແມ່ນກຳນົດຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 02/ປປທ, ລົງວັນທີ 18 ພະຈິກ 2009 ວ່າດ້ວຍອັດຕາຄ່າເຊົ່າ ແລະ ສຳປະທານທີ່ດິນຂອງລັດ ມາດຕາ 8 ເພື່ອກໍ່ສ້າງກິດຈະການ ການບໍລິການ ແລະ ທີ່ຢູ່ອາໄສ, ໂດຍເລີ່ມເກັບຄ່າເຊົ່າແຕ່ນັບປີ 2022 ແລະ ທຸກໆ 5 ປີໃດໃຫ້ເພີ່ມຂຶ້ນ 5% (ຫ້າສ່ວນຮ້ອຍ) ຂອງອັດຕາຄ່າເຊົ່າທີ່ດິນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...