spot_img
Homeຂ່າວພາຍ​ໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການພັດທະນາໂຄງການໄຟຟ້າພະລັງງານລົມ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການພັດທະນາໂຄງການໄຟຟ້າພະລັງງານລົມ

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງ ການໄຟຟ້າພະລັງງງານລົມ ຢູ່ເຂດຈຸດສຸມລາໂກ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍເປັນກຽດເຂົ້າຮ່ວມຕາງໜ້າລັດຖະບານຂອງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ຕງໜ້າຝ່າຍຜູ້ພັດທະນາ ໂຄງການຂອງທ່ານ ແສງສັກ ໄຊຍະລາດ ຜູ້ອໍານວຍການ ບໍລິສັດສະຫວັນວາຍຸ ພະລັງງານສະອາດ ຈໍາກັດ ຮ່ວມກັບບໍລິສັດ ເອວເອັມທີລາວ ຈໍາກັດ ເຊິ່ງມີເນື້ອທີ່ຂອບເຂດໂຄງການທັງໝົດ 28,513 ເຮັກຕາ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ສປປ ລາວ (ລຽບຕາມຊາຍແດນ ລາວ – ຫວຽດນາມ ແຂວງກວາງຈິ).

ແຜນການຕິດຕັ້ງການຜະລິດໄຟຟ້າພະລັງງານລົມ ຢູ່ທີ 1,200 MW ແລະ ຄາດຄະເນມູນຄ່າການກໍ່ສ້າງໂຄງການ 2,159 ລ້ານໂດລາສະຫະລັດ, ຈະສໍາເລັດການກໍ່ສ້າງ ແລະ ດໍາເນີນການຜະລິດໃນທ້າຍປີ 2025 ໂດຍມີຈຸດປະສົງ ເພື່ອ ນໍາໃຊ້ຢູ່ພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ໂດຍສະເພາະແມ່ນ ສສ.ຫວຽດນາມ.

ສໍາລັບຄວາມເປັນມາຂອງໂຄງການດັ່ງກ່າວ ແມ່ນອີງຕາມການຈັດຕັ້ງປະຕິບັດ MOU ການຮ່ວມມືໃນຂະ ແໜງພະລັງງານ ກັບ ສສ ຫວຽດນາມ ທີ່ເຊັນໃນ ວັນທີ 5/10/2016 ວ່າດ້ວຍການຮ່ວມມືພັດທະນາໂຄງການໄຟຟ້າ ຢູ່ ສປປ ລາວ, ການເຊື່ອມຕໍ່ລະບົບສາຍສົ່ງ ແລະ ການຊື້ຂາຍພະລັງງານ ລະຫວ່າງສອງປະເທດ ນັບຕັ້ງແຕ່ປີ 2020 – 2030 ໂດຍຜູ້ພັດທະນາໂຄງການ ໄດ້ເລີ່ມສຶກສາຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການໄຟຟ້າພະລັງງານລົມ ນັບຕັ້ງແຕ່ກາງປີ 2021 ເປັນຕົ້ນມາ ເຫັນວ່າມີທ່າແຮງສູງ ໃນການພັດທະນາທຸລະກິດພະລັງງານດັ່ງກ່າວ.

ສະນັ້ນ, ຈຶ່ງໄດ້ສະ ເໜີລັດຖະບານແຫ່ງ ສປປ ລາວ ເພື່ອດໍາເນີນການສຶກສາ, ສໍາຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການ ໂດຍໄດ້ຄົ້ນຄວ້າແລະ ປຶກສາຫາລື ກັບກະຊວງທີ່ກ່ຽວຂ້ອງ ເລີ່ມຕັ້ງແຕ່ປີ 2022 ເປັນຕົ້ນມາ ພາຍຫລັງໄດ້ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງແລ້ວ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີ ແລະ ອະນຸມັດ ໃຫ້ເຊັນບົດບັນທຶກຄວາມເຂົ້າໃນ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນຄັ້ງນີ້.

ທີ່ມາ: MediaLAOS

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...