spot_img
Homeຂ່າວການຮ່ວມມືການພົບປະ 3 ຝ່າຍ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ.

ການພົບປະ 3 ຝ່າຍ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ.

Published on

ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 14 ກັນຍາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມຝ່າຍລາວນຳໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຝ່າຍຫວຽດນາມນຳໂດຍ ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກຳປູເຈຍ ມີບັນດາ ຄະ ນະນາຍທະຫານຂັ້ນສູງ 3 ປະເທດເຂົ້າຮ່ວມ.

ກອງປະຊຸມພົບປະ 3 ຝ່າຍ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຕີລາສະພາບວຽກງານ ແລະ ການພັດທະນາປະເທດຊຶ່ງກັນ ແລະ ກັນໃນໄລຍະຜ່ານມາແລະ ສະແດງຄວາມຊົມເຊີຍ ຕໍ່ບັ້ນຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ກຳປູເຈຍ-ລາວ-ຫວຽດນາມ) ທີ່ກອງທັບປະຊາຊົນລາວ ເປັນເຈົ້າພາບ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ກ່ຽວກັບການປັບປຸງກໍ່ສ້າງກໍາລັງ, ການຈັດກອງປະຊຸມພົບປະ 3 ລັດຖະມົນຕີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອສືບຕໍ່ຍົກສູງຂີດຄວາມສາມາດໃຫ້ສາມກໍາລັງກອບກູ້ໄພພິບັດທໍາມະຊາດໃນການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຕໍ່ຜົນກະທົບຈາກໄພທໍາມະຊາດທີ່ອາດຈະເກີດຂຶ້ນ, ປຶກສາຫາລືວຽກງານການສະກັດກັ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ການຄ້າອາວຸດ ແລະ ການກໍ່ອາຊະຍາກໍາຕ່າງໆທີ່ຜິດກົດໝາຍເພື່ອຮ່ວມກັນແກ້ໄຂບັນຫາຕ່າງໆຢ່າງທັນການ ທັງນີ້ກໍເພື່ອຮັດແໜ້ນຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມລະຫວ່າງສາມປະເທດ, ປຶກສາຫາລືໃຫ້ມີການແລກປ່ຽນກິລາ ແລະ ສິລະປະວັນນະຄະດີລະຫວ່າງສາມກອງທັບ ໄປສະແດງສະເພາະງານສໍາຄັນຂອງຊາດ, ຂອງກອງທັບ ໂດຍຜັດປ່ຽນກັນເປັນເຈົ້າພາບ, ເຂົ້າຮ່ວມກິດຈະກໍາຕ່າງໆ ຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັນໃຫ້ມີການຈັດຕັ້ງເປັນປົກກະຕິ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ : ລາວ, ຫວຽດນາມ, ກໍາປູເຈຍ ແມ່ນສາມປະເທດທີ່ມີຊາຍແດນຕິດຈອດກັນ, ເປັນສາມປະເທດທີ່ເຄີຍຕົກຢູ່ໃນຊາຕາກໍາອັນດຽວກັນ, ເຄີຍມີມູນເຊື້ອສາມັກຄີຊ່ວຍເຫຼືອກັນມາແຕ່ດຶກດໍາບັນ ແບບອ້າຍນ້ອງ ເຄີຍຮ່ວມທຸກຮ່ວມສຸກນໍາກັນຕະຫຼອດມາ ປະຊາຊົນສາມຊາດໃນອິນດູຈີນເຄີຍຕໍ່ສູ້ຄຽງບ່າຄຽງໄຫຼ່ຕ້ານກັບພວກຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ.

ສະນັ້ນ ບໍ່ວ່າຈະຢູ່ໃນສະພາບ, ເງື່ອນໄຂໃດ ແລະ ໄລຍະໃດ ພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້. ລ
ດ້ວຍເຫດນັ້ນ, ກອງທັບ 3 ປະເທດ ແມ່ນເປັນຫຼັກແຫຼ່ງພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີສຸດແສນລໍ້າຄ່າທີ່ເປັນມູນເຊື້ອລະຫວ່າງສາມຊາດ, ສາມກອງທັບ ລາວ, ຫວຽດນາມ ແລະ ກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງເພື່ອຜົນປະໂຫຍດລວມຂອງສາມຊາດ ກໍຄືຄວາມຢູ່ດີກິນດີ ຂອງປະຊາຊົນແຕ່ລະປະເທດ, ພວກເຮົາຕ້ອງພ້ອມກັນສ້າງເສັ້ນຊາຍແດນສາມຊາດຂອງພວກເຮົາໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຢ່າງແທ້ຈິງບົນຈິດໃຈແຫ່ງຄວາມສາມັກຄີຮັກແພງຂອງສາມຊາດ.
ແຫຼ່ງຂ່າວ-ພາບ: ບຸນ​ຕອມ, ປະຊາຊົນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...