spot_img
Homeຂ່າວພາຍ​ໃນສຶກສາເພີ່ມຖ້ຽວບິນໃນຕະຫລາດເສັ້ນທາງໂຮຈີມິນ, ສສຫວຽດນາມ

ສຶກສາເພີ່ມຖ້ຽວບິນໃນຕະຫລາດເສັ້ນທາງໂຮຈີມິນ, ສສຫວຽດນາມ

Published on

ເພື່ອສຶກສາເພີ່ມຖ້ຽວບິນໃນຕະຫລາດເສັ້ນທາງໂຮຈີມິນ, ສສຫວຽດນາມ, ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ ພ້ອມດ້ວຍຄະນະ ໄດ້ໄປພົບປະ ແລະ ປະຊຸມຮ່ວມກັບ ຕົວແທນຂາຍປີ້ເຮືອບິນ, ຄູ່ຮ່ວມທຸລະກິດ, ສາຂາການບິນລາວປະຈໍາ ນະຄອນໂຮ່ຈີມິນ, ສສ ຫວຽດນາມ ໃນລະຫວ່າງວັນທີ 27-30 ສິງຫາ 2022.

ໃນວັນທີ 27- 30 ສິງຫາ 2022 ຄະນະໄດ້ປະຊຸມພົບປະກັບຕົວແທນຂາຍປີ້ເຮືອບິນ ບໍລິສັດທ່ອງທ່ຽວຢູ່ນະຄອນໂຮ່ຈິມິນ. ໃນໂອກາດນີ້ທ່ານ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຕະຫລອດມາ ແລະ ໄດ້ຊົມເຊີຍຕໍ່ກັບຜົນສໍາເລັດໃນການເປີດຖ້ຽວບິນຄືນໃໝ່ເສັ້ນທາງ ວຽງຈັນ-ປາກເຊ-ໂຮ່ຈິມິນ-ປາກເຊ-ວຽງຈັນ ໂດຍໄດ້ຮັບການຕອບຮັບຈາກຜູ້ໂດຍສານ, ນັກທ່ອງທ່ຽວ ເປັນຢ່າງດີໃນແຕ່ລະຖ້ຽວບິນ, ຄະນະໄດ້ສືບຕໍ່ພົບປະກັບ ບໍລິສັດ Aerotechnic Indochina Pte Ltd ເພື່ອປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມືດ້ານວຽກງານວິສາວະກໍາ ແລະ ສ້ອມບໍາລຸງເຮືອບິນ ໃນອະນາຄົດ. ໃນວັນດຽວກັນນັ້ນ ໄດ້ພົບປະກັບ ທ່ານ Frank Kays CEO ບໍລິສັດ Intelisys ໂດຍໄດ້ປຶກສາຫາລືກ່ຽວກັບການສືບຕໍ່ປັບປຸງລະບົບການບໍລິການຜູ້ໂດຍສານຂອງ ການບິນລາວ.

ທ່ານ ຄໍາຫລ້າ ພົມມະວັນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ປະຊຸມຮ່ວມກັບ ສາຍການບິນ Vietjet Air ໂດຍການຕ້ອນຮັບຂອງທ່ານ Dinh Viet Phuong Managing Director, ເຊິ່ງທັງສອງສາຍການບິນໄດ້ແລກປ່ຽນກ່ຽວກັບການຟື້ນຟູ ການບິນໃນຂົງເຂດໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ແລກປ່ຽນການຮ່ວມມືໃນການສ້ອມບໍາລຸງເຮືອບິນ ແລະ ວຽກງານການຄ້າ-ການຕະຫຼາດ ເພື່ອຂະຫຍາຍເຄືອຄ່າຍການບິນຂອງທັງສອງຝ່າຍໃຫ້ກວ້າງຂຶ້ນ. ໃນໂອກາດນີ້ທັງສອງຝ່າຍຍັງໄດ້ໄປຢ້ຽມຢາມສະຖາບັນຝຶກອົບຮົມວຽກງານການບິນ ເຊິ່ງເປັນສະຖານທີ່ໃນການຝຶກຊ້ອມກໍລະນີສຸກເສີນປະຈໍາປີ ຂອງພະນັກງານຈຸຫ້ອງໂດຍສານ.

ໃນຕອນທ້າຍ ຄະນະຜູ້ບໍລິຫານຂອງສາຍການບິນ Vietjet Air ໄດ້ສະແດງຄວາມຊົມເຊີຍມາຍັງ ທ່ານ ຄໍາຫລ້າ ພົມມະວັນ ພ້ອມດ້ວຍຄະນະ ທີ່ໄດ້ລົງພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທັງສອງສາຍການບິນຢືນຢັນວ່າຈະສືບຕໍ່ປະສານງານ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງສາຍການບິນຢ່າງມີປະສິດທິຜົນ.

ແຫຼ່ງຂ່າວ: ການບິນລາວ

ບົດຄວາມຫຼ້າສຸດ

ມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

ຂໍຂອບໃຈຫຼາຍໆ! ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ ມູນຄ່າ 10,2 ລ້ານຢວນ. ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ...

img4

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...