spot_img
Homeຂ່າວພາຍ​ໃນສານເສົ້າສະຫລົດໃຈ

ສານເສົ້າສະຫລົດໃຈ

Published on

ນະຄອນຫລວງວຽງຈັນ, ວັນທີ 12 ກັນຍາ 2022, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານເສົ້າສະຫລົດໃຈ ເຖິງ ສົມເດັດ ພຣະຣາຊາ ຊາວສ໌ ທີ III ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທີ່ ລອນດອນ ໂດຍມີເນື້ອໃນລະບຸວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ປະມຸກລັດທີ່ແສນເຄົາລົບຮັກ ຂອງ ປະຊາຊົນອັງກິດ ແລະ ແມ່ທີ່ແສນຮັກ ຂອງພຣະອົງ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກັນຍາ 2022.

ການຈາກໄປຂອງ ພຣະຣາຊິນີ ເອລິຊາເບັດ ທີ II ແມ່ນເປັນການສູນເສຍອັນຍິ່ງໃຫຍ່ ສຳລັບຄອບຄົວ ແຫ່ງຣາຊະວົງ, ສະຫະຣາຊະອານາຈັກ ແລະ ເຄືອຈັກກະພົບອັງກິດ, ຕະຫລອດເຖິງປະຊາ ຊົນ ອັງກິດ ທຸກຖ້ວນໜ້າ ເນື່ອງຈາກວ່າ ພຣະຣາຊິນີ ແມ່ນມານດາທີ່ເຄົາລົບຮັກ ແລະ ເປັນຜູ້ນຳທີ່ຍິ່ງໃຫຍ່ ທີ່ໄດ້ອຸທິດຊີວິດຕົນເອງ ເພື່ອຮັບໃຊ້ປະຊາຊົນອັງກິດ ແລະ ເຮັດໃຫ້ປະຊາຊົນ ມີຊິວິດການເປັນຢູ່ທີ່ດີ ຕະຫລອດໄລຍະ ຫລາຍກວ່າ 70 ປີ ທີ່ພຣະອົງ ຄອງຣາຊະບັນລັງ.

ໃນນາມຕາງໜ້າໃຫ້ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຈາກໃຈ ຈິງ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ສົມເດັດ ແລະ ຜ່ານ ສົມເດັດ ໄປຍັງ ສົມເດັດພຣະບໍຣົມ ວົງສານຸວົງທຸກພຣະອົງ ລວມທັງປະຊາຊົນ ອັງ ກິດ ທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານ ຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ຈົ່ງໄປສູ່ສຸຂະຕິ.

ໂອກາດດຽວກັນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານເສົ້າສະຫລົດໃຈ ເຖິງພະນະທ່ານ ນາງ ເອລີຊາເບັດ ທຣັດສ໌ ນາຍົກລັດຖະ ມົນຕີ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທີ່ ລອນດອນ ໂດຍມີເນື້ອໃນວ່າ: ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊິ່ງເປັນປະມຸກລັດທີ່ແສນເຄົາລົບຮັກ ຂອງ ປະຊາຊົນອັງກິດ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກັນຍາ 2022.

ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດຢ່າງຈິງໃຈ ແລະ ຂໍແບ່ງເບົາຄວາມທຸກໂສກ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ຣາຊະວົງ ລວມທັງ ປະຊາຊົນ ອັງກິດ ທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.

ພະນະທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊັ່ນດຽວກັນ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...