spot_img
Homeຂ່າວໂຄວິດ-19ສ ເກົາຫຼີ ຍົກເລີກການກວດໂຄວິດ-19

ສ ເກົາຫຼີ ຍົກເລີກການກວດໂຄວິດ-19

Published on

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 1 ກັນຍາທີ່ຜ່ານມານີ້, ທ່ານ ອີ ກີ-ອິນ ລັດຖະມົນຕີຊ່ວຍສາທາລະນະສຸກຂອງ ສ ເກົາຫຼີ ກ່າວໃນກອງປະຊຸມຄະນະເຮັດວຽກຮັບມືກັບພະຍາດໂຄວິດ-19 ວ່າ: ຜູ້ທີ່ເດີນທາງຂາເຂົ້າທຸກຄົນບໍ່ວ່າຈະເປັນຊາວ ສ ເກົາຫຼີ ຫຼື ຊາວຕ່າງຊາດທີ່ເດີນທາງເຂົ້າປະເທດດ້ວຍເຄື່ອງບິນ ຫຼື ເຮືອ ໂດຍບໍ່ຈຳເປັນຕ້ອງສະແດງຜົນກວດພະຍາດໂຄວິດ-19 ເປັນລົບກ່ອນເຂົ້າປະເທດ ໂດຍໃຫ້ເລີ່ມມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 3 ກັນຍານີ້ເປັນຕົ້ນໄປ ແຕ່ຜູ້ທີ່ເດີນທາງຂາເຂົ້າຍັງຕ້ອງກວດພະຍາດໂຄວິດ-19 ດ້ວຍວິທີ PCR ພາຍໃນ 24 ຊົ່ວໂມງທຳອິດທີ່ເຂົ້າສູ່ ສ ເກົາຫຼີ ຊຶ່ງເປັນມາດຕະການຂັ້ນຕ່ຳ ເພື່ອປ້ອງກັນບໍ່ໃຫ້ເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ຈາກຕ່າງປະເທດແຜ່ເຂົ້າສູ່ປະເທດ.

ການຕັດສິນໃຈນີ້ມີຂຶ້ນຫຼັງຈາກຄະນະກຳມະການທີ່ປຶກສາພະຍາດຕິດເຊື້ອ ແນະນຳລັດຖະບານໃຫ້ຍົກເລີກຂໍ້ບັງຄັບສະແດງຜົນກວດແບບ PCR ທີ່ມີຜົນເປັນລົບພາຍໃນ 48 ຊົ່ວໂມງ ຫຼື ຜົນກວດແບບ ATK ພາຍໃນ 24 ຊົ່ວໂມງກ່ອນເຂົ້າປະເທດ. ນອກຈາກນີ້, ລັດຖະບານມີແຜນການສັກວັກຊິນທີ່ມີປະສິດທິພາບປ້ອງກັນສາຍພັນໂອໄມຄຣອນສາຍພັນຍ່ອຍ BA.5 ທີ່ເປັນສາຍພັນຫຼັກໃນການລະບາດ ຮອບຫຼ້າສຸດໃນໄລຍະໄຕມາດທີ 4 ຂອງປີນີ້ ໂດຍເນັ້ນທີ່ຈະສັກວັກຊິນໃຫ້ຜູ້ມີອາຍຸຕັ້ງແຕ່ 60 ປີຂຶ້ນໄປ ຫຼື ກຸ່ມຜູ້ທີ່ມີພະຍາດປະຈຳຕົວ.

ຂະນະທີ່ສະຖານະການການແຜ່ລະບາດຂອງຜູ້ຕິດເຊື້ອລາຍໃໝ່ 103.961 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມເພີ່ມຂຶ້ນເປັນ 23.246.398 ຄົນ ແລະ ເສຍຊີວິດລາຍ ໃໝ່ 75 ຄົນ ເຮັດໃຫ້ຈຳນວນຜູ້ເສຍຊີວິດສະສົມເພີ່ມເປັນ 26.764 ຄົນ ຊຶ່ງໂຕເລກຜູ້ຕິດເຊື້ອລາຍໃໝ່ຫຼຸດລົງເມື່ອທຽບກັບໄລຍະສູງທີ່ສຸດ 180.000 ຄົນ ໃນໄລຍະທ່າມກາງການແຜ່ລະບາດສາຍພັນຍ່ອຍຂອງໂອໄມຄຣອນ.

(ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...