spot_img
Homeຂ່າວການຊ່ວຍເຫຼືອຕິດຕໍ່ຫາໜ່ວຍງານທີ່ກ່ຽວຂ້ອງ ໃນການມີສ່ວນຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງ ອຸດົມໄຊ

ຕິດຕໍ່ຫາໜ່ວຍງານທີ່ກ່ຽວຂ້ອງ ໃນການມີສ່ວນຮ່ວມບໍລິຈາກຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງ ອຸດົມໄຊ

Published on

ທ່ານໃດມີເງື່ອນໄຂ ຢາກມີສ່ວນຮ່ວມບໍລິຈາກຊ່ວຍເຫຼືອ ສາມາດຕິດຕໍ່ຫາໜ່ວຍງານດັ່ງຕໍ່ໄປນີ້ ເພື່ອການແຈກຍາຍສິ່ງຂອງໄດ້ຢ່າງທົ່ວເທິງ ແລະ ຮັບປະກັນວ່າຈະຮອດຜູ້ປະສົບໄພຢ່າງແທ້ຈິງ.

– ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 (ແຜນການເດີນທາງແມ່ນວັນທີ 09.09.2022)
ເປີດຮັບບໍລິຈາກ: ມຸ້ງກາງນອນ, ຕະປູຕອກສັງກະສີ ປະເພດຕະປູ ທຸກປະເພດ, ສັງກະສີມຸ່ງຫຼັງຄາ, ຄຸໃສ່ນໍ້າ, ໂອຕັກນ້ຳ, ຖັງນ້ຳ, ຊາມ, , ເຄື່ອງໃຊ້ຊ້ອຍປະເພດ ສະບູ,ຢາສີຝັນ, ແຝບ ເຄື່ອງນຸ່ງທຸກປະເພດ, ອຸປະກອນການຮຽນ ແລະ ຮັບອຸປະຖຳ ຊ່ວຍຄ່ານໍ້າມັນລົດ ເພື່ອນຳເຄື່ອງໄປເຖິງຈຸດໝາຍ.
ຕິດຕໍ່ສອບຖາມການຊ່ວຍເຫຼືອ ໄດ້ທີ່:
030 5758588 020
020 99 258 847

– ຄະນະກຳມະທິການປ້ອງຄອງໄພພິບັດ ເມືອງໄຊ ແຂວງອຸດົມໄຊ
ຮັບບໍລິຈາກ: ເຂົ້າສານອາຫານແຫ້ງ, ນ້ໍາດື່ມ, ໝີ່, ປ່ອງປາ, ທຽນໄຂ, ໄຟສາຍ, ເຄື່ອງນຸ່ງຫົ່ມ
ສະຖານທີ່ຮັບບໍລິຈາກ ແມ່ນຢູ່ສະໂມສອນປົກຄອງເມືອງໄຊ ຫຼັງເກົ່າ (ບ້ານວັງໄຮ) ຕະຫຼອດ 24 ຊົ່ວໂມງ.
ຕິດຕໍ່ສອບຖາມການຊ່ວຍເຫຼືອ ໄດ້ທີ່:
+ ທ່ານ ນ ຂັນຄໍາ ແສງສູນລວງ 020 55442294.
+ທ່ານ ໄຊສະຫວັນ ໄຊສົງຄາມ 020 52341555.

– ອຳນາດການປົກຄອງເມືອງໄຊ ແຂວງອຸດົມໄຊ
ເປີດຮັບບໍລິຈາກ: ປຶ້ມແບບຮຽນຊັ້ນປະຖົມ – ມັດທະຍົມ
ຕິດຕໍ່ສອບຖາມການຊ່ວຍເຫຼືອ ໄດ້ທີ່:
ທ່ານ ພົມມະສຸກ ມອນຈັນດີ ຮອງເຈົ້າເມືອງເມືອງໄຊ : 020 9998 0669

– ອຳນາດການປົກຄອງເມືອງຫລາ ແຂວງອຸດົມໄຊ
ສະຖານທີ່ຮັບບໍລິຈາກ ແມ່ນຢູ່ສະໂມສອນ ຫ້ອງວ່າການເມືອງຫລາ
ຕິດຕໍ່ສອບຖາມການຊ່ວຍເຫຼືອ ໄດ້ທີ່:
ທ່ານ ເນັ່ງເຮີ ຮອງເຈົ້າເມືອງ ເມືອງຫລາ: 020 2257 2171

– ຫ້ອງວ່າການເມືອງນາໝໍ້ ແຂວງອຸດົມໄຊ
ທ່ານ ຄຳມ່ວນ ຫົວໜ້າຫ້ອງວ່າການເມືອງນາໝໍ້ 020 5652 2322

ຫຼື ທ່ານສາມາດບໍລິຈາກຜ່ານທາງອອນລາຍໄດ້ທີ່ BCEL One heart ໂດຍລີ້ງ https://oneheart.la/projects/pray_for_oudomxay?fbclid=IwAR0a1-elyjPn6a9AmBgBG-YkAo2BRV-r_5I_ggh-l15nLYtev9gEiBP0ZtI

ສາມາດອ່ານຂ່າວຜົນກະທົບໄພນ້ຳຖ້ວມແຂວງອຸດົມໄຊ ເພີ່ມເຕີມໄດ້ທີ່:

https://www.facebook.com/102128783304009/posts/pfbid02S773yuEHxg9egcYGgksUuj1J2XBsqgkh3KVjxvMKABbE5whg9dLPvpnzAYynqWLKl/?d=n

https://www.facebook.com/102128783304009/posts/pfbid026wTLyi9GFJxFi5hipp8n1PsNNEkkr6vs7iHqCJDPd21WsrCjdSw1JviNgHCxwSv6l/?d=n

https://www.facebook.com/102128783304009/posts/pfbid026Jm5nrC69vUrYsaLmQrCMU4e9Z7LoEZGPs2r1wWGmCrATHnJD65ABRuqPL8TUYWul/?d=n

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...