spot_img
Homeຂ່າວພາຍ​ໃນສປປ ລາວ ເປັນເຈົ້າພາບ ການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26

ສປປ ລາວ ເປັນເຈົ້າພາບ ການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ຄັ້ງທີ 26

Published on

ການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ ຈະເປີດສາກຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ (1 ກັນຍາ) ໂດຍມີນັກກິລາຈາກ 17 ປະເທດ ແລະ ເຂດແຄວ້ນ 165 ຄົນ ເຂົ້າຮ່ວມຊີງໄຊ ໃນ 11 ລາຍການ. ຂະນະທີ່ ສປປ ລາວ ເຈົ້າພາບ ສົ່ງນັກກິລາເຂົ້າຮ່ວມ ຈຳນວນ 16 ຄົນ ໃນ 10 ຈາກ 11 ລາຍການ ທີ່ບັນຈຸແຂ່ງຂັນ.

ຕາມການໃຫ້ສຳພາດຂອງ ທ່ານ ສົມໃຈ ວົງສາ ເລຂາທິການສະຫະພັນປິ່ງປ່ອງແຫ່ງຊາດລາວ ທັງເປັນຫົວໜ້າກອງເລຂາຈັດການແຂ່ງຂັນ ກ່າວວ່າ: ການແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນ-ໄວໜຸ່ມອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງເປັນຄັ້ງປະຫວັດສາດ ຈະຈັດຂຶ້ນລະຫວ່າງວັນທີ 1-6 ກັນຍາ 2022 ໂດຍມີນັກກິລາ ຈຳນວນ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຊິງໄຊ ແລະ ມີການຊີງໄຊທັງໝົດ 11 ລາຍການ ຄື: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ ປະເພດດ່ຽວຍິງ-ຊາຍ, ທີມຍິງ-ຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການ ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມ ແລະ ທີມຍິງ-ຊາຍ.

ໃນນີ້ສຳລັບນັກກິລາ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມຄັ້ງນີ້ ປະກອບມີ: ບາເຣນ, ບັງກລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕາ, ສ.ເກົາຫຼີ, ສິງກະໂປ, ໄທ, ອູຊະເບກິສະຖານ ແລະ ສປປ ລາວ ເຈົ້າພາບ.

ສະເພາະນັກກິລາລາວ ເຮົາໄດ້ບູລິມະສິດພິເສດໃນນາມເຈົ້າພາບ ສາມາດສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 16 ຄົນ ໂດຍລົງແຂ່ງຂັນ 10 ຈາກ 11 ລາຍການທີ່ບັນຈຸແຂ່ງຂັນ ເນື່ອງຈາກພວກເຮົາຂາດນັກກິລາຢູ່ 1 ລາຍການ ຄື: ປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 19 ປີ. ຢ່າງໃດກໍຕາມ, ການແຂ່ງຂັນຄັ້ງນີ້ ນອກຈາກນັກກິລາ ຈຳນວນ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ກໍຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ 100 ກວ່າຄົນ ຈາກຫຼາຍປະເທດ.

ລາຍການດັ່ງກ່າວ, ສຳລັບນັກກິລາທີ່ໄດ້ແຊ໋ມ ແລະ ຮອງແຊ໋ມ ປະເພດດ່ຽວຍິງ-ຊາຍ U15 ແລະ U19 ລວມທັງແຊ໋ມປະເພດທີມຍິງ, ທີມຊາຍ U15 ແລະ U19 ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊ໋ມໂລກ (World Youth 2022)
ພາບ-ຂ່າວ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ລາຍວັນ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...