spot_img
Homeຂ່າວຕ່າງປະເທດກຳປູເຈຍແບນແປ້ງເດັກຈາກປະເທດໄທ 5 ຍີ່ຫໍ້

ກຳປູເຈຍແບນແປ້ງເດັກຈາກປະເທດໄທ 5 ຍີ່ຫໍ້

Published on

ກຳປູເຈຍ ປະກາດຫ້າມນຳເຂົ້າ ແລະຈຳໜ່າຍແປ້ງເດັກຈາກປະເທດໄທ 5 ຍີ່ຫໍ້ ຊົ່ວຄາວ ຫຼັງຈາກທີ່ພົບສານປົນເປື້ອນແຮ່ໃຍຫີນໃນແປ້ງ.

ສຳນັກງານຄຸ້ມຄອງຜູ້ບໍລີໂພກ ການແຂ່ງຂັນ ແລະ ປາບປາມການສໍ້ໂກງ (CCF) ຂອງປະເທດກຳປູເຈຍ ສັ່ງລະງັບການນຳເຂົ້າ ແລະ ຈຳໜ່າຍແປ້ງເດັກຂອງປະເທດໄທ ແລະ ມາເລເຊຍ ເປັນການຊົ່ວຄາວ ເນື່ອງຈາກວ່າ ກວດສອບພົບແຮ່ໄຍຫີນ.

ໂດຍແປ້ງທີ່ຖືກລະງັບ ຈາກໄທມີ 5 ຍີ່ຫໍ້ຄື:

  1. ຈອນສັນ ເບບີ້ ພາວເດີ້, ຈອນສັນ ບອລສຊ່ຳ ເບບີ້ ພາວເດີ້
  2. ແປ້ງເດັກ ດີນີ່ຄິສ, ດີນີ່ ນິວບອນ ເບບີ້ພາວເດີ້
  3. ແປ້ງເດັກໂຄໂດໂມະ
  4. ແປ້ງເດັກ ເພສັຊ
  5. ເບບີ້ມາຍ ເນເຊີລັນແອນມາຍ

ແລະ ມີອີກ 2 ຍີ່ຫໍ້ ທີ່ຜະລິດຢູ່ມາເລເຊຍຄື  Pureen ແລະ Laffair Be Love.

ທາງ CCF ລະບຸວ່າ: ແຮ່ໄຍຫີນບໍ່ຄວນມາຢູ່ໃນຜະລິດຕະພັນເຄື່ອງສຳອາງ ເພາະອາດໃຫ້ເກີດອັນຕະລາຍຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລິໂພກ ໂດຍສະເພາະອາດຈະເຮັດໃຫ້ເປັນມະເຮັງ ເຊິ່ງແປ້ງເດັກທົ່ວໄປຕ້ອງປາສະຈາກແຮ່ໄຍຫີນ.

CCF ຍັງໄດ້ສັ່ງໃຫ້ຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍເກັບຜະລິດຕະພັນຄືນ ແລະ ເອົາອອກຈາກຕະຫຼາດ ພ້ອມກັບໃຫ້ເວລາ 2 ອາທິດ ໃນການນຳເອົາຜະລິດຕະພັນທີ່ມີໄຍຫີນໄປກວດສອບວິເຄາະ, ຫຼັງຈາກນັ້ນຈຶ່ງຈະມີການປະກາດກ່ຽວກັບມາດຕະການຕໍ່ໄປ ຫຼັງຈາກທີ່ໄດ້ຮັບຜົນການວິເຄາະຮຽບຮ້ອຍແລ້ວ.

ທັ້ງນີ້ ແຮ່ໄຍຫີນ ເປັນແຮ່ທຳມະຊາດທີ່ປົນຢູ່ໃນຫີນ ມີລັກສະນະເປັນເສັ້ນໄຍລະອຽດ ສ່ວນຫຼາຍຈະຖືກນຳໃຊ້ໃນສ່ວນປະສົມຂອງ ການຜະລິດວັດສະດຸກໍ່ສ້າງ ທໍ່ນ້ຳຊີມັງ ແລະ ອື່ນໆ.

ແຫຼ່ງຂ່າວຈາກ KHMER Times

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...