Homeຂ່າວກິລາທີມເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ສາມາດຍາດໄດ້ທີ 3 ໃນການແຂ່ງຂັນກິລາ (ARMY GAMES 2022)

ທີມເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ສາມາດຍາດໄດ້ທີ 3 ໃນການແຂ່ງຂັນກິລາ (ARMY GAMES 2022)

Published on

ໃນວັນທີ 21 ສິງຫາ 2022 ນີ້, ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີສະຫຼຸບປິດການແຂ່ງຂັນ ກິລາ (ARMY GAMES 2022) ຢູ່ທີ່ກອງພົນນ້ອຍຊ່າງແສງ 73420 ຂອງເມືອງໂວນກາກຼາດ, ແຫ່ງສະຫະພັນລັດເຊຍ (ໃນຮູບແບບຊ່າງແສງ ) ໂດຍການເຂົ້າຮ່ວມເປັນປະທານ ທ່ານ ພັນເອກ ກຮູກະລົບ ອັນເດຮ ອາເລັກເຊວິດ ຮອງຫົວໜ້າກົມຊ່າງແສງ ສະຫະພັນລັດເຊຍ. ສ່ວນທິີມນັກກິລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ມີສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ. ມີບັນດາ ຄະນະຮັບຜິດຊອບຊີ້ນຳທີມນັກກິລາ,ອານຸກຳມການ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.

ສະຫາຍ ພັນໂທ ອານຸສັກ ພົມວົງສາ ຮອງຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໃຫ້ຮູ້ວ່າ: ສຳລັບເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ (ARMY GAME 2022 ) (ໃນຮູບແບບຊ່າງແສງ ) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ປະກອບມີ 5 ປະເທດ ເຂົ້າຮ່ວມຄື: ຣັດເຊຍ, ລາວ, ອຸສເບກີສະຖານ, ເບລາຣຸດ ແລະ ອາຣເມເນຍ. ສຳລັບທິມນັກກິລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນຈົກສະຫຼາກໄດ້ ເບີ 2 ປະກອບມີ ລົດດຸດ, ລົດຂຸດຂຸມຄອງ, ລົດສ້າງສີ່ງກີດຂວາງແຕກ, ລົດສ້າງສີ່ງກີດຂວາງບໍ່ແຕກ, ລົດທຳລາຍສະໜາມມີນ, ລົດລອຍນ້ຳ ແລະ ລົດສ້າງສະໜາມມີນ ມີຈຳນວນພົນນັກກກິລາເຂົ້າຮ່ວມຈຳນວນ21ສະຫາຍ ເຊິ່ງໄດ້ເລີ່ມການຝຶກຊ້ອມມາແຕ່ວັນ 8 – 21 ສິງຫາ 2022 ແມ່ນໄດ້ຈັດການແຂ່ງຂັນ ພ້ອມທັງສະຫຼຸບຜົນການແຂ່ງຂັນ ເຊິ່ງຜົນການແຂ່ງຂັນ ທີ l ສະຫະພັນຣັດເຊຍ, ອັນດັບທີ ll ເບລາຣຸດ ແລະ ທີ lll ກອງທັບປະຊາຊົນລາວ.

ໃນການເຂົ້າຮ່ວມການແຂ່ງຂັນ (ARMY GAME 2022) ໃນຄັ້ງນີ້ແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ປະເທດເພື່ອນມິດ ທັງເປັນການ ຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ ເຕີບໃຫ່ຍ, ເຂັ້ມແຂງທັນສະໄໝເທື່ອລະກ້າວ.

ແຫຼ່ງຂ່າວຈາກ: Lao National Radio

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...