spot_img
Homeຂ່າວອຸບັດຕິເຫດເກີດເຫດລົດເມຕຳລົດຂົນນ້ຳມັນ ໃນປາກີສະຖານ

ເກີດເຫດລົດເມຕຳລົດຂົນນ້ຳມັນ ໃນປາກີສະຖານ

Published on

ວັນ​ທີ 16 ສິງຫາ​ນີ້, ສຳນັກ​ຂ່າວ Reuters ລາຍ​ງານ​ວ່າ: ຕຳຫຼວດ ​ແລະ ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ປະກາດ​ວ່າ​ເກີດ​ອຸປະຕິ​ເຫດ​ລົດ​ເມ. ທີ່ແລ່ນມາດ້ວຍຄວາມໄວ ແລ້ວເກີດອຸບັດຕິເຫດ ຕຳກັບລົດຂົນນ້ຳມັນຢ່າງຮຸນແຮງ ຈົນເກີດເຫດໄຟໄໝ້ ໃນປະເທດປາກີສະຖານ ເຮັດ​ໃຫ້​ມີ​ຜູ້​ໂດຍສານ​ຢ່າງ​ໜ້ອຍ 20 ຄົນ​ເສຍ​ຊີວິດ ​ລວມເຖິງຄົນຂັບ ​ໃນ​ນັ້ນ, 100 ​ເປີ​ເຊັນ​ຖືກ​ໄຟ​ໄໝ້ ​ແລະ ​ໄຟ​ໄໝ້​ໃນ​ຂະນະ​ນອນ, ສ່ວນອີກ 6 ຄົນ ລອດຊີວິດມາໄດ້ ໃນຄືນທີ່ຜ່ານມາ.

ທ້າວ ອິມຮານ ເຊົາເຂດ ເຈົ້າໜ້າທີ່ຕຳຫຼວດໄດ້ລະບຸວ່າ: ມີລົດເມ 3 ຄັນກຳລັງແລ່ນແຂ່ງກັນມາ ໃນນັ້ນມີຄັນ 1 ຕຳກັບລົດຂົນນ້ຳມັນເທິງທາງດ່ວນໃກ້ເມືອງ ມູລຕານ ທາງຕອນກາງຂອງປະເທດ ສ່ວນຜູ້ຂັບລົດຂົນນ້ຳມັນຫຼົບໜີຈາກທີ່ເກີດເຫດ.

ແຫຼ່ງຂ່າວ: Reuters

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...