spot_img
Homeຂ່າວພາຍ​ໃນຫ້ອງວ່າການສູນກາງພັກ ເຜີຍແຜ່ດຳລັດວ່າດ້ວຍລົດລັດ ແລະ ຕິດສະຕິກເກີ້ລົດລັດຖະການ

ຫ້ອງວ່າການສູນກາງພັກ ເຜີຍແຜ່ດຳລັດວ່າດ້ວຍລົດລັດ ແລະ ຕິດສະຕິກເກີ້ລົດລັດຖະການ

Published on

ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເອກະສານ ດຳລັດສະບັບເລກທີ 599/ລບ ວ່າດ້ວຍລົດຂອງລັດ ໃນວັນທີ 15 ສິງຫາ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດຖາວອນ ພິລາວັນ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍມີບັນດາ ພະນັກງານຂັ້ນກົມ, ພະແນກ ແລະ ພະນັກງານທົ່ວຫ້ອງວ່າການສູນກາງພັກເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ຈັດຕັ້ງປະຕິບັດ ຕາມດຳລັດສະດັ່ງກ່າວ.

ໂອກາດນີ້, ສະຫາຍ ສົມບູນ ລັດຕະນະພອນ, ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ ໄດ້ເຜີຍແຜ່ບັນດານິຕິກຳດັ່ງກ່າວ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ທັງເປັນການຄຸ້ມຄອງຊັບສິນຂອງລັດ ໃຫ້ເຂົ້າສູ່ລະບຽບການ ແລະ ເປັນການປະຕິບັດດຳລັດເລກທີ 599/ລບ, ວ່າດ້ວຍລົດຂອງລັດ ກໍຄື ການປະຢັດມັດທະຍັດ, ຕ້ານການຟູມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ, ການຄຸ້ມຄອງລົດຂອງລັດ ກໍແມ່ນໜຶ່ງໃນມາດຕະການປະຢັດ ແລະ ຄຸ້ມຄອງການນຳໃຊ້ພາຫະນະຂອງທາງລັດຖະການຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ພ້ອມນັ້ນຍັງໄດ້ກຳນົດຂອບເຂດໃນການນຳໃຊ້ລົດຕາມແຕ່ລະຕຳແໜ່ງບໍລິຫານ ຢູ່ບັນດາອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຢູ່ສູນກາງ ແລະ ໃນຂອບເຂດທົ່ວປະເທດ ເຊິ່ງລົດທຸກຄັນທີ່ນຳໃຊ້ວຽກບໍລິຫານລວມ, ລົດຮັບໃຊ້ວຽກວິຊາສະເພາະ ແລະ ລົດວິຊາສະເພາະ ແມ່ນຈະໄດ້ຕິດກາໝາຍ “ລົດຮັບໃຊ້ວຽກງານທາງລັດຖະການ” ຂອງ ແຕ່ລະຂະແໜງການ, ສໍາລັບລົດຮັບໃຊ້ໂຄງການ ແລະ ວິສາຫະກິດ ຕ້ອງຕິດແຜ່ນກາໝາຍນຳໃຊ້ທີ່ລະບູຊື່ໂຄງການ ຫລື ລັດວິສາຫະກິດ ໂດຍໃຫ້ຕິດໃສ່ປະຕູເບື່ອງໜ້າທັງສອງດ້ານ.

ໂອກາດນີ້ ສະຫາຍ ເພັດຖາວອນ ພິລາວັນ ໄດ້ເນັ້ນໃຫ້ພະນັກງານທົ່ວຫ້ອງວ່າການສູນກາງພັກ ໃຫ້ເອົາໃຈໃສ່ປະຕິບັດດຳລັດດັ່ງກ່າວ ໃຫ້ຖືກຕ້ອງຕາມລະບຽບການ ເພື່ອໃຫ້ການນຳໃຊ້ລົດບໍລິຫານລັດ ໃຫ້ມີປະສິທິຜົນສູງ, ພ້ອມທັງສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ ພາຍໃນຫ້ອງວ່າການສູນກາງພັກ.

ພ້ອມກັນນີ້, ທ່ານ ທອງລະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນໂອກາດ ປະກາດການນຳໃຊ້ສະຕິກເກີ ຕິດລົດທາງລັດຖະການ ໃນຄັ້ງນີ້ດ້ວຍ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...