ພຶດຕິກຳທໍາຮ້າຍຮ່າງກາຍຂອງ ສາວໆຫ້ອງການ

3

ແມ່ຍິງ​ສ່ວນ​ໃຫຍ່​ກໍ​ເປັນ ສາວ​ໆຫ້ອງການ ບາງ​ຄົນ​ໃຊ້​ເວລາ​ຢູ່​ທີ່ ​ຫ້ອງການຫລາຍກວ່າ​ທີ່​ເຮືອນ​ ເຮັດໃຫ້​ພຶດຕິກຳ​ຕ່າງໆ ທີ່ເກີດຂຶ້ນ​ໃນ​ຫ້ອງການ​ນັ້ນ ມາ​ຈາກ​ຄວາມ​ລຶ້ງເຄີຍ​ ແລ້ວ​ເຄີຍ​ສັງເກດ​ກັນ​ນຳ​ບໍ່​ວ່າ… ມີ​ຫລາຍ​ພຶດຕິກຳ ທີ່​ຈະ​ບັ່ນ​ທອນ​ຮ່າງກາຍ​ຂອງ​ເຮົາເອງ

ສາວ​ຫ້ອງການ ມັກ​ນອນ​ເດິ

ພຶດຕິກຳ​ທໍາອິດ​ເລີຍ ຖ້າຫາກ​ສາວໆ ທີ່​ເຮັດວຽກ​ໜັກ ບໍ່​ວ່າ​ຈະ​ເປັນ​ຕຳແໜ່ງ​ໃດ  ນອນ​ເດິກ ຕື່ນ​ເຊົ້າ ເວລາ​ນອນ​ບໍ່​ພຽງ​ພໍ ແບບນີ້​ບໍ່​ດີ​ກັບ​ທັງ​ໂຕ​ເອງ ​ແລະ ​ວຽກ​ເລີຍ​ຮູ້​ບໍ່ ເພາະ​ສະ​ນັ້ນ​ຖ້າຫາກ​ສາວໆ ເລີ່ມ​ຮູ້ສຶກ​ວ່າ ​ມີ​ເວລາ​ໃນ​ການ​ພັກ​ຜ່ອນ​ທີ່​ໜ້ອຍ​ຫລາຍ​ຈົນ​ເກີນ​ໄປ ກໍ​ປັບ​ປ່ຽນ​ການເຮັດວຽກງານ​ໃໝ່ ໃຫ້​ເລິກ​ວຽກໄວ​ຂຶ້ນ ເພື່ອຈະ​ໄດ້​ມີ​ເວລາ​ພັກ​ຜ່ອນ​ທີ່​ພຽງ​ພໍ ຫລື​ວ່າ ​ຈະ​ພັກ​ຫລັບ​ໃນ​ໄລຍະ​ພັກ​ທ່ຽງ​ 10-15 ນາ​ທີ​ກໍ​ຊ່ວຍ​ໄດ້​ ຈະ​ເຮັດໃຫ້​ເຮົາ​ມີສະ​ມາ​ທິ​ໃນ​ການເຮັດວຽກງານ​ຫລາຍ​ຂຶ້ນ ງານ​ບໍ່​ເສຍ ສຸຂະພາບ​ບໍ່​ເສຍນໍາ​

ກິນ​ອາຫານ​ບໍ່​ຖືກເວລາ

ສຳຫລັບ​ການ​ກິນອາຫານ​ບໍ່​ຖືກ​ເວລາ ເປັນ​ຕົ້ນ​ເຫດ​ເຮັດໃຫ້​ເກີດ​ພະຍາດ​ກະເພາະ​ອາຫານ​ໄດ້ ອາດ​ດ້ວຍ​ສາ​ເຫດ​ຕ່າງໆ ທັງ​ການ​ກິນ​ອາຫານ​ຟ້າວ​ຈົນ​ເກີນ​ໄປ ການ​ກິນ​ອາຫານ​ບໍ່​ຖືກເວລາ ການ​ກິນ​ອາຫານ​ໃນ​ປະລິມານ​ທີ່​ຫລາຍ​ ຫລື ​ໜ້ອຍ​ຈົນ​ເກີນ​ໄປ ເຮັດໃຫ້​ກະເພາະ​ອາຫານ​ຂອງ​ເຮົາ​ເຮັດວຽກ​ບໍ່​ປົກກະຕິ ເກີດ​ເປັນ​ພະຍາດ​ກະເພາະ​ອາຫານ​ຕາມ​ມາ​ໄດ້ ດັ່ງ​ນັ້ນ​ຄວນ​ປັບ​ປ່ຽນ​ພຶດ​ຕິ​ກຳ ການ​ກິນ​ອາຫານ​ໃໝ່ ເລືອກ​ກິນອາຫານ​ໃຫ້​ຖືກ​ເວລາ ​ແລະ ​ປະລິມານ​ສະ​ໝ່ຳ​ສະເໝີ​

ການ​ນັ່ງ​ເຮັດວຽກ​ຜິດ​ທ່າ

ຫລາຍ​ຄົນ​ມັກ​ມີ​ອາຫານ​ປວດ​ບໍ​ລິ​ເວ​ນ​ໄຫລ່ ​ແລະ ​ຫລັງ ນັ້ນ​ເປັນ​ເພາະ​ການ​ນັ່ງ​ເຮັດວຽກ​ຜິດ​ທ່າ​ຂອງ​ເຮົາ​ ອີກ​ຢ່າງ​ເຮົາ​ນັ່ງ​ເຮັດວຽກ​ເປັນ​ໄລຍະ​ເວລາ​ດົນ ບໍ່​ໄດ້​ມີ​ກາ​ນ​ເໜັງຮ່າງກາຍ​ໄປ​ໃນ​ທ່າ​ອື່ນ ກໍ​ເຮັດໃຫ້​ເກີດ​ຄວາມ​ເມື່ອຍ​​ໄດ້​ເຊັ່ນ​ກັນ ດັ່ງ​ນັ້ນ​ຄວນ​ເລືອກ​ສຶກ​ສາ​ທ່າ​ນັ່ງ​ທີ່​ຖືກ​ຕ້ອງ ​ແລະ ​ເໝາະ​ສົມ ແລະ ​ໝັ່ນ​ເໜັງ​ຮ່າງກາຍ ປັບ​ປ່ຽນ​ທ່າ​ໄປ​ມາ​ຢູ່​ສະ  ເໝີ​ ນອກ​ຈາກ​ນີ້ ການ​ອອກ​ກຳ​ລັງ​ກາຍ​ ຫລື​ ຫລິ້ນ​ໂຍ​ຄະ ຈະ​ສາມາດ​ຊ່ວຍ​ຫລຸດ​ອາຫານ​ປວດ​ຂອງ​ກ້າມ​ຊີ້ນ​ໃຫ້ຫ​ລຸດ​ໜ້ອຍ​ລົງ​ໄດ້​

ທານ​ຈຸກ​ຈິກ​ຕະຫລອດ​ມື້

ເວລາ​ນັ່ງເຮັດວຽກ​ ບິດໜຶ່ງກໍ່ຢາກນອນ ບຶດໜຶ່ງ​ກໍ​ຈະ​ຫລັບ ເລີຍ​ຕ້ອງ​ຫາຫຍັງມາກິນ ເພື່ອໃຫ້ຜ່ອນຄາຍ​ຄາຍ​ ​ຄວາມ​ລຶ້ງ​ເຄີຍນີ້​ ເປັນ​ບໍ່ເກີດ​ຂອງ​ຄວາມ​ຕຸ້ຍຂອງ​ສາວໆ ໄດ້ ເພາະ​ການ​ກິນ​ເຂົ້າໜົມ​ຈຸກ​ຈິກ​ຕະຫລອດ​ທັງ​ມື້ ໂດຍ​ທີ່​ເຮົາ​ບໍ່​ໄດ້​ເໜັງຮ່າງກາຍ​ໄປ​ໃສ​ເລີຍ ນັ່ງ​ຢູ່​ກັບ​ບ່ອນ ຈະ​ເກີດ​ໄຂ​ມັນ​ສະ​ສົມ​ໄດ້ ດັ່ງ​ນັ້ນ​ປ່ຽນ​ຈາກ​ການ​ກິນ​ເຂົ້າໜົມ​ມາເປັນ​ເລືອກ​ກິນ​ຫມາກໄມ້​ແທນ​ຈະ​ດີກວ່າ​

ພາຍ​ກະ​ເປົ໋າ​ໜັກ​ເກີນ​ໄ

ສໍາຫລັບ ສາວ​ຫ້ອງການ ຍັງ​ຈະ​ຕ້ອງ​ມີ​ກະ​ເປົ໋າ​ເອກະສານ ກະ​ເປົ໋າ​ຄອມພິວເຕີ​ໂນດ​ບຸກ ລວມ​ນ້ຳ​ໜັກ​ທັງ​ໝົດ​ແລ້ວ​ນີ້​ກໍ່ຫລາຍພໍສົມຄວນ ການ​ທີ່​ເຮົາ​ຕ້ອງ​​ພາຍ​ກະ​ເປົ໋າ​ໜັກ ຖື​ສິ່ງຂອງ​ຫລາຍໆຈະ​ເຮັດໃຫ້​ປວດ​ໄຫລ່ ປວດ​ຄໍ ລາມ​ໄປ​ຈົນ​ເຖິງ​ປວດ​ຫົວ​ ແລະ ​ປວດ​ຫລັງ ເປັນ​ຕົ້ນ​ເຫດ​ຂອງ​ການ​ຊຸດ ​ແລະ ​ເສື່ອມ​ຂອງ​ກະດູກ​ຄໍ​ຈົນ​ທັບ​ເສັ້ນ​ປະສາດ ອາດ​ເຮັດໃຫ້​ແຂນ​ຊາ​ ຫລື​ ອ່ອນ​ແຮງ​ໄດ້ ແລະ ​ການ​ພາຍ​ກະ​ເປົ໋າ​ໜັກໆ ຂ້າງ​ດຽວ​ເປັນ​ເວລາ​ດົນ​ອາດ​ເປັນ​ສາ​ເຫດ​ໃຫ້​ກະດູກ​ສັນ​ຫລັງ​ຄົດ​ໄດ້​ ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຄວນ​ເລືອກ​ພຽງ​ສິ່ງ​ທີ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ພົກ​ໄປ​ມາ​ຕະຫລອດ​ທັງ​ມື້ ລວມ​ເຖິງ​ເລືອກ​ທີ່​ຈະ​ໃຊ້​ເປ້ ແທນ​ກະ​ເປົ໋າ​​ພາຍ​ຂ້າງ​ດຽວ ເພື່ອຫລຸດ​ອາການ​ປວດ​ໄຫລ່​ຈາກ​ການ​​ພາຍ​ກະ​ເປົ໋າ​ຂ້າງ​ດຽວ​ເປັນ​ເວລາ​ດົນ​ໆ