spot_img
Homeຂ່າວຢາເສບຕິດເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບກຸ່ມເປົ້າຫມາຍຄະດີຢາເສບຕິດ ພ້ອມຂອງກາງ 70 ພັນເມັດ

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ຈັບກຸ່ມເປົ້າຫມາຍຄະດີຢາເສບຕິດ ພ້ອມຂອງກາງ 70 ພັນເມັດ

Published on

ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວຫນ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ສໍາພາດ ໃນວັນທີ 9 ສິງຫາ 2022 ວ່າ: ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລົງມ້າງຄະດີຢາເສບຕິດ ສາມາດຈັບກຸ່ມເປົ້າຫມາຍໃນວັນທີ 25 ກໍລະກົດ 2022, ເວລາປະມານ 14:00 ໂມງ ເຈົ້າຫນ້າທີ່ ໄດ້ກັກຕົວເປົ້າຫມາຍຢາເສບຕິດໄດ້ 1 ຄົນ ຊື່ ທ້າວ ໂອສາ ອາຍຸ 38 ປີ, ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ພ້ອມຂອງກາງຢາບ້າ 30 ເມັດ ແລະ ໄດ້ຊັດທອດຫາກຸ່ມແກ້ງຂະບວນການ ດຽວກັນ.

ຕໍ່ມາໃນວັນທີ 28 ກໍລະກົດ, ເຈົ້າຫນ້າທີ່ ສາມາດກັກຕົວເປົ້າຫມາຍໄດ້ອີກ 4 ຄົນ ຄື: ທ້າວ ສີລິສະຫວັນ ອາຍຸ 36 ປີ ຢູ່ບ້ານສະພັງເມິກ ເມືອງໄຊທານີ ມີຂອງກາງຢາບ້າ 8 ຖົງ ເທົ່າກັບ 1.600, ທ້າວ ບັນດາສັກ ອາຍຸ 34 ປີ ມີຂອງກາງຢາບ້າ 155 ເມັດ, ນາງ ສີ ອາຍຸ 38 ປີ ມີຂອງກາງຢາບ້າ 80 ເມັດ, ທ້າວ ຊາຍ ອາຍຸ 40 ປີ ມີຂອງກາງຢາບ້າ 36 ມັດ ເທົ່າກັບ 72.000 ເມັດ ທັງ 3 ຄົນ ຢູ່ບ້ານພູຄໍາ ເມືອງໄຊທານີ.

ຜ່ານການສືບສວນ-ສອບສວນເຈົ້າໜ້າທີ່ໄດ້ລະບຸວ່າ: ສາມາດຈັບກຸ່ມເປົ້າໝາຍໄດ້ທັງຫມົດ 5 ຄົນ ພ້ອມຂອງກາງຢາບ້າ 70 ພັນກວ່າເມັດ ແລະ ລົດໃຫຍ່ 1 ຄັນ, ລົດຈັກ 5 ຄັນ, ເງິນກີບ 48.500.000 ກີບ ແລະ ເຄື່ອງຂອງກາງອື່ນໆອີກຈໍານວນຫນຶ່ງ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າຫນ້າທີ່ ປກສ ເມືອງໄຊທານີ ກໍາລັງເລັ່ງທໍາການສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການດຽວກັນ ມາດໍາເນີນຄະດີຕາມກົດຫມາຍ.

ແລ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...