Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

Published on

ວັນທີ 6 ສິງຫາ ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ເພື່ອຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງອຸດົມໄຊ.

ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແນໃສ່ເຮັດໃຫ້ເສດຖະກິດ ຂອງແຂວງອຸດົມໄຊ ໄດ້ຮັບການຂະ ຫຍາຍຕົວ ແລະ ກາຍເປັນແຂວງ 4 ໃຈກາງ ຂອງພາກເໜືອ.

ໄດ້ຮັບການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ.

ພາຍຫລັງ ສຳເລັດການພົບປະໂອ້ລົມ ພະນັກງານການນຳຂອງແຂວງ ທີ່ຫ້ອງວ່າ ການແຂວງແລ້ວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນໍາແຂວງ ໄດ້ສືບຕໍ່ລົງຢ້ຽມຢາມ ໂຮງງານປຸງແຕ່ງນ້ຳຢາງພາລາ ຂອງ ບໍລິສັດ ຈົງອູ ໄດ້ຮັບຟັງການລາຍງານສະພາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຮງງານ ເປັນຕົ້ນ ລາຄາການເກັບຊື້ຢາງ, ການຜະລິດ ແລະ ການສົ່ງອອກ; ຢ້ຽມຢາມ ໂຮງງານ ເຟີນີເຈີ ບໍລິສັດ ຊວງໄຊ ທີ່ບ້ານກໍນ້ອຍ ເຊິ່ງມີທ່ານ ຈັງເອີ ພ້ອມດ້ວຍພະນັກງານ ໃຫ້ການຕ້ອນຮັບ ພ້ອມທັງ ນຳພາໃນການຢ້ຽມຊົມ ການຜະລິດ ເຟີນີເຈີ ພາຍໃນໂຮງງານ ແລະ ບາງກິດຈະກຳ ຂອງບໍລິສັດ ກໍຄື ການສົ່ງເສີມ ປະຊາຊົນ ປູກມອນ-ລ້ຽງມ້ອນ.

ຈາກນັ້ນ, ກໍໄດ້ສືບຕໍ່ລົງຕິດຕາມ, ກວດກາ ຈຸດຄ່ຽນຖ່າຍສິນຄ້າ ທີ່ສະຖານີລົດໄຟ ເມືອງໄຊ ເພື່ອພ້ອມກັນສຶກສາ, ສຳຫລວດ ແລະ ກຳນົດ ເປັນສູນໂລຈິສຕິກ ຫລື ຈຸດຄ່ຽນຖ່າຍສິນຄ້າ ລະດັບພາກພື້ນໃນຕໍ່ໜ້າ. ພາຍຫລັງ ສຳເລັດການຕິດຕາມ, ກວດກາ ຢູ່ຈຸດດັ່ງກ່າວແລ້ວ, ໄດ້ສືບຕໍ່ລົງຢ້ຽມຢາມຄວາມຄືບໜ້າ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ລຽບແຄມແມ່ນ້ຳກໍ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການກໍ່ສ້າງມາແຕ່ກາງປີ 2021 ມາຮອດປັດຈຸບັນ ແມ່ນກໍ່ສ້າງສຳເລັດແລ້ວ 70 ກວ່າ% ແລະ ຄາດຄະເນຈະໃຫ້ສຳເລັດ ໃນໄວໆນີ້.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...