spot_img
Homeຂ່າວອຸບັດຕິເຫດຊາຍໝຸ່ມເມົານອນຂາພາດລາງລົດໄຟ ຖືກຢຽບຂາດ ສາຫັດໜັກ

ຊາຍໝຸ່ມເມົານອນຂາພາດລາງລົດໄຟ ຖືກຢຽບຂາດ ສາຫັດໜັກ

Published on

ຊາຍໝຸ່ມເມົານອນຂາພາດທາງລົດໄຟ ຖືກລົດໄຟຢຽບຂາຂາດ 2 ຂ້າງ ບາດເຈັບສາຫັດ ເມື່ອເວລາ 16:30 ໃນວັນທີ 30 ກໍລະກົດ 2022 ທີ່ຜ່ານມາ.

ທ່ານ ພັທ ຈີຣະສັກ ແອບແຝງ ໄດ້ຮັບແຈ້ງວ່າມີລົດໄຟຢຽບຄົນຂາຂາດ 2 ຂ້າງບາດເຈັບສາຫັດ ເກີດເຫດຫຼັງຕະຫຼາດນ້ຳ 4 ພາກ, ໝູ່ 12, ບ້ານ ໜອງປື ເມືອງ ບາງລະມຸງ, ແຂວງຊົນບູລີ,ຫຼັງໄດ້ຮັບແຈ້ງຈຶ່ງພ້ອມດ້ວຍທີມແພດໂຮງໝໍເມືອງພັດທະຍາ ແລະ ໜ່ວຍກູ້ໄພມູນນິທິສະຫວ່າງສົມບູນ.

ເມື່ອໄປຮອດຈຸດເກີດເຫດ ເປັນປ່າຫຍ້າຄາແຄມທາງລົດໄຟ ກໍພົບເຫັນຜູ້ບາດເຈັບເປັນເພດຊາຍ ບໍ່ຮູ້ສັນຊາດ ອາຍຸປະມານ 40 ປີ ຢູ່ໃນສະພາບຊ່ວງຂາທ່ອນລຸ່ມຈາກຫົວເຂົ່າລົງໄປຫາຕີນ, ຈີກຂາດທັງ 2, ໃບຫນ້າປ່ຽນເປັນສີຈືດໆຈາກການສູນເສຍເລືອດຫຼາຍ, ຮ້ອງໄຫ້ດ້ວຍຄວາມເຈັບ ແລະ ເວົ້າບໍ່ເຂົ້າໃຈຄ້າຍຄືກັບຄົນເມົາເຫຼົ້າ.

ທີມແພດແລະກູ້ໄພຕ້ອງຊ່ວຍກັນເລືອດ. ຫຼັງຈາກນັ້ນກໍຟ້າວສົ່ງ ໂຮງໝໍເມືອງ ໃນຂະນະທີ່ຢູ່ເທິງລາງທາງລົດໄຟ ພົບຂາທັງສອງຂ້າງຖືກພົບເຫັນກະແຈກກະຈາຍຢູ່ທົ່ວບໍລິເວນ.

ໃນຂະນະທີ່ເຈົ້າໜ້າທີ່ທາງການລົດໄຟແຫ່ງປະເທດໄທ ໄດ້ເດີນທາງໄປກວດກາຈຸດເກີດເຫດ ເປີດເຜີຍວ່າ: ຈາກການລາຍງານຂອງຄົນຂັບລົດໄຟໂດຍສານຄັນຂະບວນນີ້ໃຫ້ຮູ້ວ່າ: ກ່ອນເກີດອຸບັດຕິເຫດ, ຜູ້ຂັບຂີ່ໄດ້ສັງເກດເຫັນວັດຖຸບາງຢ່າງຢູ່ທາງໄກ, ທຳອິດຄິດວ່າເປັນໄມ້ທ່ອນ, ແຕ່ເມື່ອເຂົ້າໄປໃກ້ແລ້ວປາກົດວ່າເປັນຄົນ ໂດຍລັກສະນະ​ນອນເອົາຂາທັງ 2 ດ້ານ​ພາດເທິງລາງ​ລົດໄຟ​ ແລ້ວຫົວຫັນໄປດ້ານຫົນທາງ ເຮັດໃຫ້ລົດໄຟຢຸດເບຣກບໍ່ທັນ ຈຶ່ງຢຽບເຂົ້າຢ່າງຈັງ ຈົນເຮັດໃຫ້ຮ່າງກາຍຟົ້ງອອກຈາກລາງລົດໄຟ ຄົນຂັບລົດຈຶ່ງຕັດສິນໃຈຢຸດຂະບວນແລ້ວລົງມາເບິ່ງປາກົດວ່າຍັງບໍ່ເສຍຊີວິດ ຈຶ່ງໂທແຈ້ງກູ້ໄພເຂົ້າໃຫ້ການຊ່ວຍເຫຼືອທັນທີ.

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...