spot_img
Homeຂ່າວຕ່າງປະເທດແອັດສະປາຍຮ້ອນຫຼາຍຈົນມີຜູ້ເສຍຊີວິດແລ້ວ 500 ຄົນພາຍໃນ 10 ມື້

ແອັດສະປາຍຮ້ອນຫຼາຍຈົນມີຜູ້ເສຍຊີວິດແລ້ວ 500 ຄົນພາຍໃນ 10 ມື້

Published on

ນາຍົກລັດຖະມົນຕີແອັດສະປາຍ (Spain) ກ່າວວ່າມີຜູ້ເສຍຊີວິດແລ້ວ 500 ຄົນ ເນື່ອງຈາກຄື້ນຄວາມຮ້ອນໃນຊ່ວງໄລຍະ 10 ມື້ ພ້ອມຍັງເຕືອນໃຫ້ປະຊາຊົນເພື່ອຄວາມລະມັດລະວັງ.

ຈາກການລາຍງານຂອງສຳນັກຂ່າວ ອັລຈາຊີລາ ໄດ້ລາຍງານວ່າ: ໃນວັນພຸດ ທີ່ 20 ກໍລະກົດ 2022 ທີ່ຜ່ານມາ ນາຍົກລັດຖະມົນຕີຂອງແອັດສະປາຍ ທ່ານ ເປໂດ ຊານເຊ ໄດ້ລາຍງານວິກິດຄື້ນຄວາມຮ້ອນທີ່ໄດ້ປົກຄຸມໄປທົ່ວປະເທດໃນຕອນນີ້ ເຮັດໃຫ້ມີຄົນເສຍຊີວິດຫຼາຍກວ່າ 500 ຄົນ ພາຍໃນເວລາ 10 ມື້ ຖືວ່າເປັນສະຖິຕິສູງທີ່ສຸດທີ່ເຄີຍເຈິມາ.

ຂໍ້ມູນດັ່ງກ່າວ ໄດ້ຮັບການເປີດເຜີຍໂດຍສະຖາບັນສຸຂະພາບ ຄາລອສ ທີ່ 3 ເຊິ່ງປະເມີນຈຳນວນຜູ້ເສຍຊີວິດດ້ວຍສາເຫດທີ່ກ່ຽວຂ້ອງກັບຄື້ນຄວາມຮ້ອນ, ໃນຕົວເລກນີ້ ເປັນຕົວເລກທີ່ປະເມີນທາງສະຖິຕິ ບໍ່ແມ່ນຈຳນວນຜູ້ເສຍຊີວິດຢ່າງເປັນທາງການ.

ທັ້ງນີ້ ແອັດສະປາຍເປັນໜຶ່ງໃນປະເທດຂອງເອີຣົບມີ່ກຳລັງປະເຊີນກັບຄວາມຮ້ອນຢ່າງໜັກໜ່ວງ ເຊິ່ງໃນບາງພື້ນທີ່ເພີ່ມຂື້ນສູງເຖິງ 45 ອົງສາ ແລະ ສົ່ງຜົນໃຫ້ເກີດໄຟໄໝ້ປ່າຫຼາຍບ່ອນ ຈົນຕ້ອງໃຫ້ປະຊາຊົນອົບພະຍົບອອກຫຼາຍພັນຄົນ ແລະ ເຮັດໃຫ້ມີເຈົ້າໜ້າທີ່ ທີ່ເຂົ້າໄປດັບໄຟເສຍຊີວິດ 2 ຄົນ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...