spot_img
Homeຂ່າວຕ່າງປະເທດຍິງອິນເດຍ ເສຍຊີວິດ 11​ຄົນ ຫລັງຜ່າຕັດເຮັດໝັນຟຣີ ຈາກໂຄງການຂອງລັດຖະບານ

ຍິງອິນເດຍ ເສຍຊີວິດ 11​ຄົນ ຫລັງຜ່າຕັດເຮັດໝັນຟຣີ ຈາກໂຄງການຂອງລັດຖະບານ

Published on

EyWwB5WU57MYnKOuFI00wWmaROONneE9B0PfEgCM5ij0uKH065L9kR

 

ລັດຖະບານອິນເດຍ ຈັດໂຄງການເຮັດໝັນຟຣີ ເພື່ອຫລຸດອັດຕາການເກີດຂອງປະຊາກອນ ແຕ່ກັບມີຜູ້ເຂົ້າຮ່ວມ

ໂຄງການເສຍຊີວິດເຖິງ 11 ຄົນ ແລະ ບາດເຈັບອີກເປັນຈຳນວນຫລາຍ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ່ 12 ພະຈິກນີ້ວ່າ ຍິງຊາວອິນເດຍ 11 ຄົນ ເສຍຊີວິດຫລັງເຂົ້າຮ່ວມໂຄງການ

ເຮັດໝັນດ້ວຍການຜ່າຕັດທໍ່ຮັງໄຂ່ໂດຍບໍ່ເສຍຄ່າຂອງລັດຖະບານ ທີ່ເຕັ້ນໂຮງໝໍຊົ່ວຄາວໃນບ້ານເພນດາຣີ ເມືອງພິ

ລາສປຸຣະ ລັດສັດຕິສະຄອນ ທາງພາກກາງຂອງປະເທດອິນເດຍ ເມື່ອວັນເສົາທີ່ຜ່ານມາ (8 ພະຈິກ) ນອກຈາກນີ້ ຍັງ

ມີຄົນເຈັບອີກ 50 ຄົນ ຖືກສົ່ງໄປປິ່ນປົວຕໍ່ຢູ່ໂຮງໝໍ 3 ແຫ່ງ ແລະ ຢ່າງໜ້ອຍ 20 ຄົນໃນຈຳນວນນີ້ ມີອາການໃນຂັ້ນ

ໜ້າເປັນຫ່ວງ.

 

ຫລັງເກີດເຫດ ເຈົ້າໜ້າທີ່ໄດ້ອອກມາປະຕິເສດວ່າ ທາງແພດຜ່າຕັດບໍ່ໄດ້ມີການປະໝາດແຕ່ຢ່າງໃດ, ແຕ່ທາງດ້ານ

ຊາວບ້ານໃນເຂດນັ້ນຫລາຍຄົນໄດ້ລະບຸວ່າ ຍິງທີ່ເຂົ້າຮ່ວມໂຄງການທັງ 83 ຄົນ ເຊິ່ງທັງໝົດມີອາຍຸລະຫວ່າງ 24-40 ປີ

ໄດ້ຮັບການຜ່າຕັດເຮັດໝັນສຳເລັດພາຍໃນ 6 ຊົ່ວໂມງ ດ້ວຍຝີມືໝໍພຽງ 1 ຄົນ ແລະ ຜູ້ຊ່ວຍໝໍອີກ 1 ຄົນເທົ່ານັ້ນ.

 

ດ້ານທ່ານ ອາມາ ສິງ ຮອງຜູ້ອຳນວຍການໜ່ວຍງານສາທາລະນະສຸກຂອງລັດ ໄດ້ເຜີຍວ່າ ຜົນການກວດສອບເບື້ອງ

ຕົ້ນສະແດງໃຫ້ເຫັນເຖິງສາເຫດຂອງການເສຍຊີວິດ ແມ່ນເກີດມາຈາກການຕິດເຊື້ອ ຫລື ອາການຊ໊ອກເພາະເສຍ

ເລືອດຫລາຍ, ແຕ່ເຖິງແນວໃດກໍຕາມ ສາເຫດທີ່ແທ້ຈິງຂອງການເສຍຊີວິດນັ້ນ ຈະສາມາດຮູ້ໄດ້ພາຍຫລັງຜົນການ

ຊັນນະສູດສົບໄດ້ຖືກເປີດເຜີຍອອກມາໃນອີກບໍ່ດົນ.

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...