spot_img
Homeຄວາມງາມ5 ສັນຍານບົ່ງບອກ ກຳລັງຂາດຄາໂບໄຮເດດ

5 ສັນຍານບົ່ງບອກ ກຳລັງຂາດຄາໂບໄຮເດດ

Published on

ธัญพืช (Small)

ພົບ 5 ສັນ​ຍານ ​ສຸຂະພາບ​ທີ່​ສົ່ງ​ສັນ​ຍານ​ບອກ​​ວ່າ ຮ່າງກາຍ​​ກຳ​ລັງ​ຕ້ອງ​ການ​

ຄາ​ໂບ​ໄຮ​ເດ​ດ​ເພີ່ມ​ຂຶ້ນ

ຫລາຍໆຄົນ ມັກ​ຈະ​ມັກ​ຄິດວ່າ ​ຄາ​ໂບ​ໄຮ​ເດ​ດ​ເປັນ​ສິ່ງ​ທີ່​ຄວນ​ກິນນ້ອຍ​ໆ ເພາະ​ເມື່ອ​ ຄາ​ໂບ​ໄຮ​ເດ​ດ ​ຖືກ​ຍ່ອຍ​ແລ້ວ​ຈະ​ກາຍ​ໄປ​ເປັນ​ນ້ຳ​ຕານ ແລະ ​ໄປ​ສະ​ສົມ​ເຮັດໃຫ້​ຕຸ້ຍໆແຕ່​ແທ້ໆ ແລ້ວ​​ຄາ​ໂບ​ໄຮ​ເດ​ດ​ ນີ້​ກໍ​ສຳຄັນ​ຕໍ່​ຮ່າງກາຍ​ເຊັ່ນ​ດຽວ​ກັນ ການ​ກິນ​ຄາ​ໂບ​ໄຮ​ເດ​ດ​ ບໍ່​ພຽງ​ພໍ​ຈະ​ສົ່ງ​ຜົນ​ເຖິງ​ສຸຂະພາບ​ຮ່າງກາຍນໍາ​ອີກ​ ເຊັ່ນ ​ເກີດ​ອາການ​ຫລົງໆ ລືມໆ ຫລື ​ບໍ່​ຄ່ອຍ​ມີ​ແຮງ ເປັນ​ຕົ້ນ ແຕ່​ເຮົາ​ຈະ​ຮູ້​ໄດ້​ແບບໃດ​ວ່າ ​ຮ່າງກາຍ​ຂອງ​ເຮົາ​ກຳ​ລັງ​ຂາດ​ຄາລ​ໂບ​ໄຮ​ເດດ ມື້​ນີ້​ເລີຍ​ນຳ​ຕົວ​ຢ່າງ​ຂອງ​ສັນ​ຍານ​ເບື້ອງ​ຕົ້ນ​ຂອງ​ການ​ ຂາດ​ຄາ​ໂບ​ໄຮ​ເດ​ດ ​ມາ​ຝາກ​ກັນ​

  1. ລົມ​ຫາຍ​ໃຈ​ມີ​ກິ່ນ​ເໝັ່ນ

ກິ່ນ​ປາກ ເປັນ​ສິ່ງ​ທີ່​ບໍ່​ຄ່ອຍ​ມີ​ໃຜ​ຢາ​ກລົມນໍາ​ເທົ່າໃດ ແຕ່​ຮູ້​ຫລື​ບໍ່​ວ່າ ​​ກິ່ນ​ປາກ​ນີ້​ກໍ​ເປັນ​ສັນ​ຍານ​ຂອງ​ຮ່າງກາຍ​ທີ່​ກຳ​ລັງ​ບອກ​ວ່າ ​ຄວນ​ທີ່​ຈະກິນ​ຄາ​ໂບ​ໄຮ​ເດ​ດ​ ໃຫ້​ຫລາຍ​ຂຶ້ນ ເຖິງແມ່ນວ່າ ​ຈະ​ກຳ​ລັງ​ຢູ່ໃນໄລຍະ​ຫລຸດ​ນ້ຳ​ໜັກ​ກໍ​ຕາມ ເພາະ​ເມື່ອ​ຮ່າງກາຍ​ຂອງ​ເຮົາ​ເຜົາ​ຜານ​ໄຂ​ມັນ​ແທນ​ການ​ເຜົາ​ຜານ ​ຄາ​ໂບ​ໄຮ​ເດດ ເຊິ່ງ​ຂະ​ບວນ​ການ​ນີ້​ເອີ້ນ​ວ່າ ພາ​ວະ​ຄີ​ໂຕຊີດ  (Ketosis) ຈະ​ປ່ອຍ​ສານ​ເຄ​ມີ​ທີ່​ຊື່​ວ່າ   ຄີ​ໂຕນ  (Ketones) ອອກ​ມາ ໂດຍ​ສານ​ເຄ​ມີ​ຊະນິດ​ນີ້​ມີ​ກິ່ນ​ທີ່​ບໍ່​ຄ່ອຍ​ໜ້າ​ຊື່ນ​ຊົມ​ເທົ່າໃດ ແລະ​ ກິ່ນ​ຂອງ​​ສານ​ເຄ​ມີ​ຊະນິດ​ນີ້​ຈະ​ອອກ​ມາ​ປົນ​ກັບ​ລົມ​ຫາຍ​ໃຈ ເຮັດໃຫ້​ລົມ​ຫາຍ​ໃຈ​ມີ​ກິ່ນ​ເໝັນ ຈົນ​ເຮັດໃຫ້​ຫລາຍໆ ຄົນ​ຄິດວ່າ ​ເປັນ​ສາ​ເຫດ​ມາ​ຈາກ​ບັນຫາ​ໃນ​ຊ່ອງ​ປາກ ຈົນ​ຕ້ອງ​ໄປ​ພົບ​ທັນ​ຕະ​ແພດ ທັງ​ໆ ທີ່​ແທ້​ແລ້ວ​ມັນ​ບໍ່​ໄດ້​ກ່ຽວ​ຂ້ອງ​ກັນ​ເລີຍ ດັ່ງ​ນັ້ນ​ຖ້າ​ບໍ່​ຢາກ​ມີ​ກິ່ນ​ປາກ​ກໍ​ຄວນກິນຄາໂບ​ໄຮ​ເດ​ດ​ໃຫ້​ພຽງ​ພໍ​

  1. ກ້າມ​ຊີ້ນບໍ່​ຂຶ້ນ ແມ່ນ​​ຈະ​ອອກ​ກຳ​ລັງ​ກາຍ

ເມື່ອ​ຮ່າງກາຍ​ໄດ້ຮັບ​ຄາ​ໂບ​ໄຮ​ເດ​ດ​ບໍ່​ພຽງ​ພໍ ຮ່າງກາຍ​ກໍ​ຈະ​ຫັນ​ໄປ​ໃຊ້​ໂປ​ຕີນ​ທີ່​ຈຳ​ເປັນ​ໃນ​ລະບົບ​ກ້າມ​ຊີ້ນ​ແທນ ໂດຍ​ສະເພາະ​ໂປ​ຕີນ​ທີ່​ໃຊ້​ໃນ​ການສ້າງ​ເສີມ​ກ້າມ​ຊີ້ນ ເຮັດໃຫ້​ເຖິງແມ່ນວ່າ ​​ຈະ​ອອກ​ກຳ​ລັງ​ກາຍ​ເພື່ອ​ເສີມ​ສ້າງ​ກ້າມ​ຊີ້ນ​ພຽງ​ໃດ ກ້າມ​ຊີ້ນ​ກໍ​ຈະ​ບໍ່​ສາມາດ​ພັດທະນາ​ໄດ້​ເຕັມ​ທີ່​ເພາະ​ບໍ່​ມີ​ໂປ​ຕີນ​ທີ່​ໃຊ້​ໃນ​ການ​ເສີມ​ສ້າງ​ກ້າມ​ຊີ້ນ ສະ​ນັ້ນ​ຫາກ​ໃຜ​ທີ່​ກຳ​ລັງ​ຢູ່ໃນ​ໄລຍະສ້າງ​ກ້າມ​ຊີ້ນ​ ຄວນ​ຈະ​ຮັບປະທານ​ຄາ​ໂບ​ໄຮ​ເດ​ດ ​ແລະ ​ໂປ​ຕີນ​ຄວບຄູ່​ກັນ​ໄປ

  1. ຮູ້ສຶກ​ຫລົງໆ ລືມໆ

ເຊັ່ນ​ດຽວ​ກັບ​ຮ່າງກາຍ ສະຫມອງ​ກໍ​ຈຳ​ເປັນ​ຈະ​ຕ້ອງ​ໃຊ້​ນ້ຳ​ຕານ​ເປັນ​ພະລັງ​ງານ​ເຊັ່ນ​ດຽວ​ກັນ ເຊິ່ງ​ນ້ຳ​ຕານ​ທີ່​ນຳ​ມາ​ໃຊ້​ນັ້ນ​ກໍ​ມາ​ຈາກ​ການ​ທີ່​ ຄາ​ໂບ​ໄຮ​ເດ​ດ ​ຖືກ​ຍ່ອຍ​ກາຍ​ເປັນ ​ກູ​ໂຄດ ແລະ​ ການ​ທີ່​ສະຫມອງ​ຂອງ​ເຮົາ​ບໍ່​ໄດ້ຮັບ​ກູ​ໂຄດ​ຢ່າງ​ພຽງ​ພໍ​ກໍ​ເຮັດໃຫ້​ສະຫມອງ​ເຮັດວຽກ​ໄດ້​ບໍ່​ເຕັມ​ປະ​ສິດ​ທິ​ພາບ​ສົ່ງ​ຜົນ​ເຮັດໃຫ້​ເກີດ​ອາການ​ຫລົງໆ ລືມໆໄດ້ ໂດຍ​ມີ​ການສຶກສາ​ພົບ​ວ່າ ​ຜູ້ຍິງ​ທີ່ຫ​ລຸດ​ນ້ຳ​ໜັກ​ດ້ວຍ​ການ​ຫລຸດ​ການ​ກິນ​ຄາ​ໂບ​ໄຮ​ເດ​ດ​ຈະ​ໄດ້​ຄະ​ແນນ​ໃນ​ບົດ​ທົດສອບ​ຄວາມ​ຈື່ຈຳ​ບໍ່ດີ​ກວ່າ ຜູ້ຍິງ​ທີ່​ກິນ​ອາຫານ​ແຄ​ລໍ​ລີ​ຕ່ຳ ​ແຕ່​ມີ​ສານ​ອາຫານ​ທີ່​ພຽງ​ພໍ ຖ້າ​ບໍ່​ຢາກ​ຫລົງໆ ລືມໆ ກໍ​ຄວນ​ຈະ​ກິນຄາໂບ​ໄຮ​ເດ​ດ​ໃຫ້​ພຽງ​ພໍ​

  1. ອາລົມ​ປັ່ນປ່ວນ

ການ​ກິນ​ຄາ​ໂບ​ໄຮ​ເດ​ດ​ໜ້ອຍ​ເກີນ​ໄປ ​ຈົນ​ບໍ່​ພຽງ​ພໍ​ກັບ​ຮ່າງກາຍ​ຈະ​ເຮັດໃຫ້​ເກີດ​ອາການ​ຫງຸດ​ຫງິດ ເກີດ​ຄວາມ​ຄຽດ ແລະ​ ອາການ​ເມື່ອຍ​ລ້າ​ໄດ້​ຫລາຍ​ຂຶ້ນ ເພາະ​ຄາ​ໂບ​ໄຮ​ເດ​ດ​ ນັ້ນ​ເປັນ​ສານ​ອາຫານ​ທີ່​ມີ​ຄວາມ​ສຳຄັນ​ຕໍ່​ການ​ຜະລິດ​ຂອງ ​ເຊ​ໂລ​ໂທ​ນິນ  (Serotonin) ໃນ​ຮ່າງກາຍ ເຊິ່ງ​ ​ເຊ​ໂລ​ໂທ​ນິນ ​ເປັນ​ສານ​ເຄ​ມີ​ໃນ​ຮ່າງກາຍ​ທີ່​ຊ່ວຍ​ເຮັດໃຫ້​​ອາລົມ​ດີ ໂດຍ​ມີ​ການສຶກສາ​ໃນ​ປີ 2009 ພົບ​ວ່າ ຜູ້​ທີ່​ກິນອາຫານ​ຄາ​ໂບ​ໄຮ​ເດ​ດ​ຕ່ຳ​ ຈະ​ມີ​ອາການ​ຫງຸດ​ຫງິດ​ຢູ່​ຕະຫລອດ​ເວລາ ໃນ​ຂະນະ​ທີ່​ຜູ້​ທີ່​ກິນ​ອາຫານ​ທີ່​ໄຂ​ມັນ​ຕ່ຳ​ຈະ​ມີ​ອາລົມ​ທີ່​ດີ​ກວ່າ

  1. ລະບົບ​ທາງເດີນ​ອາຫານ​ເກີດ​ຄວາມ​ຜິດ​ປົກຕິ

​ເຄີຍ​ສົງ​ໄສ ​ຫລື ​ບໍ່ວ່າ ​ເປັນຫຍັງ​ເວລາ​ທີ່​ກິນ​ຄາ​ໂບ​ໄຮ​ເດ​ດ​ໜ້ອຍ​ແລ້ວ​ ເຖິງ​ທ້ອງຜູກ ນັ້ນ​ກໍ​ເປັນ​ເພາະ​ອາຫານ​ທີ່​ມີ ​ຄາ​ໂບ​ໄຮ​ເດ​ດ​ ນັ້ນ​ມັກ​ຈະ​ມີ​ໄຟ​ເບີ​ຢູ່​ນໍາ ການ​ທີ່​ບໍ່​ກິນຄາໂບ​ໄຮ​ເດ​ດ​ຢ່າງ​ພຽງ​ພໍ​ ຈຶ່ງ​ເຮັດໃຫ້​ຮ່າງກາຍ​ບໍ່​ໄດ້ຮັບ​ໄຟ​ເບີ​ແບບ​ພຽງ​ພໍ​ຈົນ​ເຮັດໃຫ້​ເກີດ​ອາການ​ທ້ອງ​ຜູກ ດັ່ງ​ນັ້ນ​ຖ້າ​ຫາກ​ເປັນ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຫລຸດ​ຄາໂບ​ໄຮ​ເດ​ດ​ ແລະ ​ມີ​ອາການ​ທ້ອງ​ຜູ​ກ​ກໍ​ລອງ​ຫັນ​ມາ​ກິນຄາ​ໂບ​ໄຮ​ເດ​ດ​ຈຳ​ພວກ​ທັນຍະ​ພືດ ຫລື​ ກິນຜັກ​ໃຫ້​ຫລາຍ​ຂຶ້ນ​ກໍ​ຊ່ວຍຫ​ລຸດ​ອາການ​ທ້ອງ​ຜູກ​ໄດ້​ແລ້ວ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)