spot_img
Homeຂ່າວການຮ່ວມມືທ່ານ ວາງຢີ້ ພົບປະກັບ ທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີລາວ

ທ່ານ ວາງຢີ້ ພົບປະກັບ ທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີລາວ

Published on

ອີງຕາມວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 3 ກໍລະກົດນີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຕ່າງປະເທດ ກ່ຽວກັບການຮ່ວມມື ແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ຄັ້ງທີ 7 ຢູ່ນະຄອນບາການ ປະເທດມຽນມາ.


ທ່ານ ວາງຢີ້ ກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດຂອງ ປະມຸກລັດສອງປະເທດ, ການສ້າງສາປະຊາຄົມຮ່ວມຊາຕາກຳ ຈີນ-ລາວ ໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ ໃນທ່າມກາງສະພາບຄວາມຫຍຸ້ງຍາກ, ທາງລົດໄຟ ຈີນ-ລາວ ເລີ່ມນຳໃຊ້ ບໍລິການຢ່າງມີປະສິດທິພາບສູງ ເຊິ່ງໄດ້ສ້າງພະລັງແຮງໃໝ່ໃຫ້ແກ່ການ ຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ແລະການເຊື່ອມຕໍ່ກັນໃນພາກພື້ນ ໄດ້ປະກອບສ່ວນໃໝ່ເຂົ້າໃນການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ. ເມື່ອຜະເຊີນກັບສະຖານະການສາກົນທີ່ສັບສົນໃນປັດຈຸບັນ, ຈີນ ແລະ ລາວ ໃນນາມເປັນສະຫາຍອ້າຍນ້ອງຂອງສັງຄົມນິຍົມ ຕ້ອງເພີ່ມ ທະວີການແລກປ່ຽນດ້ານຍຸດທະສາດຕື່ມອີກ, ລົງເລິກການຮ່ວມມືກັນ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນຮັບມືກັບສິ່ງທ້າທາຍ, ປ້ອງກັນຄວາມຍຸຕິທຳ ແລະຄວາມເປັນທຳສາກົນ, ຊຸກຍູ້ໃຫ້ການສ້າງ ປະຊາຄົມຮ່ວມຊາຕາກຳ ຈີນ-ລາວ ໄດ້ຮັບການຂະຫຍາຍຕົວໃຫຍ່ກວ່າເກົ່າ.

ທ່ານ ສະເຫລີມໄຊ ກົມມະສິດ ກ່າວວ່າ: ການພົວພັນ ລາວ-ຈີນ ໃນປັດຈຸບັນມີທ່ວງທ່າເຂັ້ມແຂງ ໂດຍສະເພາະແມ່ນທາງລົດໄຟ ລາວ-ຈີນ ໄດ້ສ້າງສຳເລັດຕາມເວລາກຳນົດ ແລະບໍລິການນຳໃຊ້ຢ່າງສຳເລັດ ຜົນ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄຸນຄ່າສຳຄັນ ແລະຜົນງານອັນໃຫຍ່ ຫລວງຂອງການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ.

ສຳລັບທາງລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ຊ່ວຍເຫລືອ ສປປ ລາວ ຈາກປະເທດບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຕ່າງປະເທດໄດ້, ໄດ້ສ້າງ ຄວາມສຸກໃຫ້ແກ່ປະຊາຊົນ ທັງໄດ້ເພີ່ມກໍາລັງແຮງໃຫ້ແກ່ການຮ່ວມມື ພາກພື້ນຕື່ມອີກ, ສປປ ລາວ ຮູ້ສຶກພູມໃຈຫລາຍຕໍ່ກັບເລື່ອງນີ້.

ລັດຖະບານ ແລະ ປະຊາຊົນລາວ ສຳຜັດໄດ້ຢ່າງເລິກເຊິ່ງເຖິງການໃຫ້ຄວາມ ສຳຄັນໃນລະດັບສູງຂອງຈີນຕໍ່ການພົວພັນສອງປະເທດ, ສະແດງຄວາມ ຂອບໃຈຕໍ່ການຊ່ວຍເຫລືອໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວຂອງຈີນຢ່າງສຸດໃຈ, ທັງມີຄວາມຄອງຄອຍຢ່າງເຕັມປ່ຽມຕໍ່ອະນາຄົດຂອງປະຊາຄົມ ຮ່ວມຊາຕາກຳ ລາວ-ຈີນ, ຫວັງວ່າຈະສາມາດພັດທະນາການເຊື່ອມຈອດ ດ້ານຍຸດທະສາດກັບຈີນຢ່າງແໜ້ນແກ່ນ, ຊຸກຍູ້ໃຫ້ແຜນການຮ່ວມມືອັນ ໃໝ່ຫລາຍຢ່າງ ລະຫວ່າງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດໃນໄວໆນີ້.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...