Homeຂ່າວຕ່າງປະເທດກູ​ບາໃຫ້​ບຸລິມະສິດ​ສູງ​ສຸດຕໍ່ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ ສປປ ລາວ

ກູ​ບາໃຫ້​ບຸລິມະສິດ​ສູງ​ສຸດຕໍ່ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ ສປປ ລາວ

Published on

ປະທານາທິບໍດີຂອງກູບາໄດ້ກ່າວວ່າ: ບໍ່ວ່າໄລຍະຫ່າງຂອງປະເທດ, ຄວາມແຕກຕ່າງຂອງວັດທະນະທຳ ແລະ ການແຜ່ລະບາດຂອງໂຄວິດຕັ້ງວ່າ 2 ປີ ກໍ່ບໍ່ແມ່ນອຸປະສັກໃນການພັດທະນາສາຍພົວພັນຂອງສອງຝ່າຍໄດ້.

ອ້າງອີງຈາກທາງການຂອງກູບາ ໄດ້ລາຍງານວ່າ: ທ່ານ Díaz-Canel ໄດ້ຈັດປະຊຸມພົບປະກັນຜ່ານທາງວິດີໂອ  ກັບເລຂາທິການໃຫຍ່ຂະນະບໍລິຫານງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ທ່ານ ທອງ​ລຸນ ສີ​ສຸ​ລິດ ປະທານ​ປະ​ເທດ​ແຫ່ງ ສປປ ລາວ.

ປະທານາທິບໍດີຂອງກູບາຍັງໄດ້​ຂອບ​ໃຈ​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ ທີ່​ໃຫ້ການ​ສະໜັບສະໜູນ​ແກ່​ກູ​ບາ.

ປະທານາທິບໍດີຂອງ ກູ​ບາ ​ໄດ້​ສະ​ເໜີ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ການ​ສຶກສາ, ກິລາ, ການ​ຢາ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ ​ແລະ ກະສິກຳ ທີ່ທັງສອງປະເທດມີສາຍພົວພັນກັນ.

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...