spot_img
Homeຂ່າວທ້ອງຖິ່ນການເງິນ ແລະ ເສດຖະກິດ5 ເດືອນຕົ້ນປີນີ້ ມູນຄ່າການຄ້າລາວ-ເຢຍລະມັນ ບັນລຸ 49 ລ້ານກວ່າໂດລາ

5 ເດືອນຕົ້ນປີນີ້ ມູນຄ່າການຄ້າລາວ-ເຢຍລະມັນ ບັນລຸ 49 ລ້ານກວ່າໂດລາ

Published on

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ນາງ Annette KNOBLOCH ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບ ເມື່ອວັນທີ 4 ກໍລະກົດ ທີ່ກະຊວງ ອຄ, ໃນໂອກາດ ທີ່ ທ່ານ ມະໄລທອງ ກົມມະສິດ ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຄົນໃໝ່.

ໃນໂອກາດດັ່ງກ່າວສອງຝ່າຍໄດ້ທົບທວນການພົວພັນດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະຫະະພັນເຢຍລະມັນ ໃນໄລຍະຜ່ານມາໂດຍຈັດຕັ້ງປະຕິບັດຕາມສັນຍາລົງທຶນສອງຝ່າຍ ແລະ ສິດທິພິເສດທາງດ້ານການຄ້າ ເຊັ່ນ: EBA (Everything But Arms) ທີ່ EU ໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ ຊຶ່ງໃນ 5 ເດືອນຕົ້ນປີ 2022 ມູນຄ່າການຄ້າສອງຝ່າຍ ລາວ-ເຢຍລະມັນ ປະຕິບັດໄດ້ 49,3 ລ້ານໂດລາ ໃນນັ້ນມູນຄ່າການນໍາ ເຂົ້າປະຕິບັດໄດ້ 7,4 ລ້ານໂດລາ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 41,8 ລ້ານໂດລາ.

ສຳລັບສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າ ຈາກ ເຢຍລະມັນ ໃນ 5 ເດືອນຕົ້ນປີ 2022 ປະກອບມີ: ຜະລິດຕະພັນອຸດສາຫະກໍາທັນຍາພືດ, ເຂົ້າ, ສາລີ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ); ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກໍາຜະລິດອາຫານ; ເຄື່ືອງນຸ່ງຫົົ່ມ; ເມັດພືດ ແລະ ໝາກໄມ້ທີ່ມີນໍ້າມັນ; ເຄືື່ອງມື ແລະ ອຸປະກອນທັດສະນະສາດ ແລະ ສິນຄ້າ ອື່ນໆ, ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປເຢຍລະມັນ ໃນ 5 ເດືອນຕົ້ນປີ 2022 ປະກອບມີ: ເຄື່ອງນຸ່ງຫົ່ມ; ກາເຟ (ບໍ່ທັນໄດ້ປຸງແຕ່ງ); ເກີບ, ເຄື່ອງສໍາລັບການເດີນທາງ, ຊາ (ບໍ່ທັນໄດ້ປຸງແຕ່ງ), ຂີ້ຄັງ, ຍານ, ຂີ້ຊີ, ໄໝ ແລະ ອື່ນໆ.

ນັບແຕ່ປີ 2008 ຮອດປັດຈຸບັນ ການລົງທຶນຂອງ ເຢຍລະມັນ ໃນ ສປປ ລາວ (ສະເພາະໃນຂະ ແໜງກິດຈະການທົ່ວໄປ ບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 26 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນທັງໝົດ 50,6 ຕື້ກີບ ຫຼື ປະມານ 6,3 ລ້ານໂດລາ, ຈັດເປັນອັນດັບທີ 28, ຂະແໜງການທີ່ມີມູນຄ່າການລົງທຶນຫຼາຍສຸດປະກອບມີ: ຂະແໜງການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການອາຫານ, ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ, ຂະແໜງການເຄື່ອນໄຫວ ບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ.

(ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...