spot_img
Homeຂ່າວຕ່າງປະເທດຊາວບ້ານທີ່ອິນໂດເນເຊຍຈັບແຂ້ທີ່ຍາວ 4 ແມັດ

ຊາວບ້ານທີ່ອິນໂດເນເຊຍຈັບແຂ້ທີ່ຍາວ 4 ແມັດ

Published on

ຊາວບ້ານທີ່ອິນໂດເນເຊຍຈັບແຂ້ທີ່ຍາວ 4 ແມັດ ໂດຍໃຊ້ເຊືອກພຽງແຕ່ເສັ້ນດຽວໃນການຈັບແຂ້.

ອ້າງອີງຈາກສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ໃນວັນເສົາທີ 25 ມິຖຸນາ ມີສັດເລືອຄານຂະຫຍາດໃຫຍ່ຢູ່ໃນບ້ານ ທີ່ເຮັດໃຫ້ຊາວບ້ານຕື່ນຢ້ານ, ເຊິ່ງມັັນເປັນຈຸດທີ່ຄົນໃນບ້ານນັ້ນຫາປາຢູ່.

ໄດ້ມີຜູ້ຊາຍຊື່ ອຸມານ ແລະ ລູກຊາຍກຳລັງຊ່ວຍກັນຈັບໂຕແຂ້ ໂດຍໃຊ້ເຊືອກທີ່ນ້ອຍ ພຽງແຕ່ເສັ້ນດຽວ. ອຸມານ ອາຍຸ 53 ປີ ໄດ້ບອກວ່າ ແຂ້ໂຕນີ້ໄດ້ເຂົ້າໄປໃນບ້ານອຳເບົາ ອິນດາ.

ໃນອະດີດມີແຂ້ເຂົ້າໂຈມຕີຫຼາຍເທື່ອໃນເຂດນັ້ນ, ອຸມານໄດ້ເວົ້າວ່າ ສັດຊະນິດນີ້ເປັນສັດຫາຍາກ ເຊິ່ງທີ່ຢູ່ອາໄສໄດ້ຮັບຄວາມເສຍຫາຍຈາກນ້ຳຖ້ວມ ແລະ ລາວຄິດວ່າແຂ້ຄວນໄດ້ຮັບການຮັກສາ.

ເຈົ້າໜ້າທີ່ຂອງສຳນັກງານອະນຸລັກຊັບພະຍາກອນທຳມະຊາດ (BKSDA)  ກ່າວວ່າ ແຂ້ມີຂະໜາດ 4,3 ແມັດ ຈະໄດ້ຖືກປ່ອຍກັບຄືນໄປໃນທຳມະຊາດ ໃນບ່ອນທີ່ມີປະຊາກອນໜ້ອຍ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...