spot_img
Homeຂ່າວຕ່າງປະເທດມືປືນບຸກຍິງກຸ່ມຄົນຮັກຮ່ວມເພດໃນພັບເກເມືອງອັອສໂລປະເທດນໍເວ

ມືປືນບຸກຍິງກຸ່ມຄົນຮັກຮ່ວມເພດໃນພັບເກເມືອງອັອສໂລປະເທດນໍເວ

Published on

ມືປືນໄດ້ບຸກໂຈມຕີຜູ້ຄົນໃນ ຜັບເກ (Gay Bar) ໄດ້ສັງຫານໄປ 2 ຄົນ ແລະ ບາດເຈັບອີກ 21 ຄົນ ຂະນະທີ່ເມືອງກຳລັງສະຫຼອງຂະບວນ Pride ໃນກຸງອອັສໂລ ຈົນເຮັດໃຫ້ງານນີ້ຕ້ອງຖືກຍົກເລີກໄປ.

ການລາຍງານຂອງສຳນັກຂ່າວ ເອບີຊີ ໄດ້ລາຍງານວ່າ ໄດ້ເກີດເຫດສະເທືອນໃຈຂອງກຸ່ມຄົນ LGBTQ ໃນນໍເວ ແລະ ຮູ້ສຶກຜິດຫວັງ ຫຼັງຈາກທີ່ງານເດີນຂະບວນພາເລດເກ ໄດ້ຍົກເລີກ ເພື່ອເປັນການຮັກສາຄວາມປອດໄພ ແລະ ຍົກລະດັບເຕືອນໄພກໍ່ການຮ້ານໃນລະດັບສູງສຸດ ຫຼັງຈາກທີ່ມີເຫດການກາດຍິງ ໂດຍມີເປົ້າໝາຍຄືກຸ່ມຮັກຮ່ວມເພດ ເກີດເຫດພາຍໃນບາເກ ເມືອງອອັສໂລ ເມືອງຫຼວງຂອງປະເທດ ໃນວັນທີ 25 ມິຖຸນາທີ່ຜ່ານມານີ້, ຈົນມີຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບ 21 ຄົນ ໃນນັ້ນສາຫັດ 10 ຄົນ.

ເຈົ້າໜ້າທີ່ໄດ້ລະບຸວ່າ ຜູ້ຕ້ອງສົງໄສເປັນປະຊາຊົນນໍເວ ອາຍຸ 42 ປີ ເຊື້ອສາຍອີຣ່ານ, ​ເຊື່ອ​ກັນ​ວ່າ​ເປັນ​ອິດ​ສະ​ລາມີສທີ່​ຫົວ​ຮຸນ​ແຮງ​ ​ມີ​ປະ​ຫວັດ​ການ​ເປັນຄົນເສຍສຸຂະພາບທາງ​ຈິດ ​ເປັນທີ່ຮູ້ຈັກໃນໜ່ວຍຂ່າວກອງ​ແຕ່​ປີ 2015. ເຊິ່ງຕຳຫຼວດສາມາດຈັບໄດ້ໃນບໍ່ດົນ ຫຼັງຈາກທີ່ເກດເຫດ ໂດຍຍຶດໄດ້ປືນ 2 ກະບອກ ມີປືນອັດຕະໂນມັດ 1 ກະບອກ. ໃນການສັນນິຖານເບື້ອງຕົ້ນ ແມ່ນຍ້ອນ ຄວາມກຽດຊັງ ແຕ່ວ່າຍັງຖ້າຜົນຈາກການສອບສວນອີກເທື່ອໜຶ່ງ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...