spot_img
Homeຂ່າວຕ່າງປະເທດປະເທດອົດສະຕຣາລີຂຶ້ນຄ່າແຮງຂັ້ນຕ່ຳໃຫ້ກັບປະຊາຊົນ

ປະເທດອົດສະຕຣາລີຂຶ້ນຄ່າແຮງຂັ້ນຕ່ຳໃຫ້ກັບປະຊາຊົນ

Published on

ຂ່າວດີສຳລັບປະເທດອົດສະຕຣາລີ ຈາກຄະນະກຳມະການຈ້າງງານທີ່ຍຸດຕິທຳຂອງອົດສະຕຣາລີ ໄດ້ຕົກລົງໃຫ້ຂຶ້ນຄ່າແຮງຂັ້ນຕ່ຳ ເປັນຈຳນວນ 5.2%.

ໃນວັນທີ 15 ມິຖຸນານີ້ ທາງການອົດສະຕຣາລີໄດ້ມີແຈ້ງການຈາກ ຄະນະກຳມະການຈ້າງງານທີ່ຍຸດຕິທຳ ຂຶ້ນຄ່າແຮງຂັ້ນຕ່ຳ ເນື່ອງຈາກອົດສະຕຣາລີ ໄດ້ປະເຊີນກັບອັດຕາເງິນເຟີ້ ທີ່ເຮັດໃຫ້ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ຄ່າໃຊ້ຈ່າຍຂອງພະລັງງານທີ່ຫຼາຍ, ໂດຍຂຶ້ນຄ່າແຮງຈາກແຕ່ກ່ອນ ຊົ່ວໂມງລະ 20.33 ໂດລາອົດສະຕຣາລີ ມາເປັນ 21.38 ໂດລາອົດສະຕຣາລີ ໂດຍໄລ່ເປັນອັດຕາ 5.2% ທັ້ງນີ້ກໍເພື່ອຫຼຸດບັນຫາດັ່ງກ່າວ.

ໂດຍຈະມີການປ່ຽນແປງ ເລີ່ມຕັ້ງແຕ່ວັນທີ 1 ກໍລະກົດ 2022 ເປັນຕົ້ນໄປ.

ແຫຼ່ງຂ່າວຕ່າງປະເທດ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...