spot_img
Homeຂ່າວຕ່າງປະເທດສີລັງກາອະນຸຍາດ ໃຫ້ພະນັກງານລັດຢຸດພັກວຽກໄປປູກຜັກ

ສີລັງກາອະນຸຍາດ ໃຫ້ພະນັກງານລັດຢຸດພັກວຽກໄປປູກຜັກ

Published on

ວິກິດເສດຖະກິດທີ່ບໍ່ເຄີຍເກີດຂຶ້ນມາກ່ອນຂອງສີລັງກາ ເຮັດໃຫ້ອາຫານ ຫລັກຫຼາຍຢ່າງບໍ່ພຽງພໍ ເຊັ່ນດຽວກັບນໍ້າມັນ ແລະ ຍາ ຂະນະທີ່ເງິນເຟີ້ສູງ ເຮັດໃຫ້ຫຼາຍຄົວເຮືອນໄດ້ຮັບຜົນກະທົບ, ຊຶ່ງຄະນະລັດຖະມົນຕີອອກຖະແຫຼງການອະນຸາດໃຫ້ພະນັກງານພັກລັດມີມື້ພັກພິເສດທຸກໆວັນສຸກ ເປັນເວລາສາມເດືອນ ເພື່ອສາມາດມີເວລາໄປປູກຜັກສວນຄົວ ເພື່ອຫຼຸດຜ່ອນປັນຫາການຄາດແຄນອາຫານທີ່ເກີດຂຶ້ນ ນອກຈາກນີ້ການທີ່ພະນັກງານບໍ່ໄດ້ເດີນທາງກໍຊ່ວຍໃນເລື່ອງການປະຢັດນ້ຳມັນອີກດ້ວຍ.

ສຳລັບພະນັກງານລັດ 1.5 ລ້ານຄົນຫາກມີຄົນຕ້ອງການອອກໄປຫາວຽກໃນຕ່າງປະເທດ ສາມາດາພັກແບບບໍ່ໄດ້ຮັບເງິນເດືອນໄດ້ 5 ປີ ໂດຍບໍ່ມີຜົນກັບຄວາມອາວຸໂສ ຫຼື ບຳນານ ຄວາມເຄື່ອນໄຫວນີ້ມີຄວາມໝາຍໃນການກະຕຸ້ນໃຫ້ປະຊາຊົົນໄປເຮັດວຽດຢູ່ຕ່າງປະເທດຫຼາຍຂຶ້ນ ເນື່ອງຈາກສີລັງກາຂາດແຄນເງິນຕາຕ່າງປະເທດເພື່ອຫາຊື້ສິນຄ້ານຳເຂົ້າ.

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...