spot_img
Homeຂ່າວພາຍ​ໃນສື່ມວນຊົນ ຊ່ວຍເພີ່ມທະວີການເສີມສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ

ສື່ມວນຊົນ ຊ່ວຍເພີ່ມທະວີການເສີມສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ

Published on

ໃນວັນທີ 14 ມິຖຸນາ 2022, ກະຊວງສາທາລະນະສຸກ, ຮ່ວມກັບກະຊວງຖະ ເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ເເລະ ອົງການຢູນິເຊັບ ໄດ້ຈັດກອງປະຊຸມເຜິຍເເຜ່ວຽກງານສັກວັກຊີນໃນ ສປປລາວ ໃຫ້ແກ່ບັນດາບັນນາທິການຂ່າວ ເພື່ອປືກສາຫາລື ກ່ຽວກັບວິທີການສື່ມວນຊົນໃນທົ່ວປະເທດຈະສາມາດຊ່ວຍປັບປຸງອັດຕາປົກຄຸມການສັກວັກຊີນກັນພະຍາດ ໂຄວິດ-19 ແລະ ວັກຊີນຮອບປົກກະຕິ ໃນ ສປປ ລາວ.

ໂດຍການເປັນປະທານ ຂອງ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ຂອງກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ, ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງ ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ Bisrat Abiy, ວ່າການເເທນຫົວໜ້າພະເເນກສຸຂະພາບຂອງອົງການຢູນິເຊັບ ປະຈຳ ສປປ ລາວ.

ໃນກອງປະຊຸມເຜີຍເເຜ່ຄັ້ງນີ້ ໄດ້ມີການນຳສະເໜີລາຍງານຫລ້າສຸດ ກ່ຽວກັບວຽກງານສັກວັກຊີນໃນ ສປປ ລາວ ໂດຍສະເພາະໃນ ແຂວງພາກເໜືອ: ເເຂວງຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ, ພາຍຫຼັງການຄົ້ນພົບວ່າອັດຕາການປົກຄຸມການສັກວັກຊີນກັນພະຍາດໃນແຂວງເຫຼົ່ານີ້ ຍັງບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ສຳລັບປີ 2021.

“ການສັກວັກຊີນເປັນກຸນເເຈອັນສຳຄັນສຳລັບການຟື້ນຕົວຂອງ ສປປ ລາວ ຈາກຜົນກະທົບຂອງພະຍາດ ໂຄວິດ-19. ເຖີງເເມ່ນວ່າຍັງມີສິ່ງທ້າທາຍໃນວຽກງານສັກວັກຊີນໃນ32ເມືອງ ທີ່ມີອັດຕາສັກຢາຕຳກວ່າ50% ໃນປີ 2021, ເເຕ່ໃນຄະນະດຽວກັນນັ້ນ ກໍ່ຍັງມີໂອກາດສຳລັບການເພີ່ມທະວີການຈັດຕັ້ງປະຕິບັດວຽກງານຂອງພວກເຮົາໃຫ້ຫຼາຍຂຶ້ນ ເເລະ ສືບຕໍ່ຊຸກຍູ້ສົ່ງເສີມການສັກວັກຊີນໃຫ້ບັນດາພໍ່ເເມ່ພີ່ນ້ອງໃນຊຸມຊົນຂອງພວກເຮົາໃຫ້ບັນລູໄດ້ຫລາຍກວ່າ 80% ໃນປີ 2022,” ກ່າວໂດຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງ ກະຊວງສາທາລະນະສຸກ.

ຜູ້ເຂົ້າຮ່ວມຍັງໄດ້ສົນທະນາກັນກ່ຽວກັບວິທີການຕ່າງໆ ເພື່ອປັບປູງການໃຫ້ບໍລິ ການສັກວັກຊີນໃຫ້ເເກ່ຊຸມຊົນ ເພື່ອບັນລຸເປົ້າໝາຍອັດຕາປົກຄຸມການສັກວັກຊີນຂອງປະເທດ, ບົດບາດຂອງສື່ມວນຊົນໃນການເຜີຍເເຜ່ໂຄສະນາ ການສັກວັກຊີນທົ່ວປະເທດ ເເລະ ແຜນການສັກວັກຊີນໃນອະນາຄົດ, ໂດຍສະເພາະໃນບັນດາກຸ່ມເດັກນ້ອຍ.

“ສື່ມວນຊົນ, ເຊິ່ງສາມາດເຂົ້າເຖິງຈຳນວນຄົນຢ່າງກວ້າງຂວາງ, ມີບົດບາດອັນສໍາຄັນໃນການເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ກ່ຽວກັບພະຍາດ ໂຄວິດ-19 ໃຫ້ແກ່ສາທາລະນະຊົນ. ດັ່ງນັ້ນ, ມັນເປັນສິ່ງສໍາຄັນທີ່ສື່ມວນຊົນໃນທົ່ວປະເທດ ຄວນເພີ່ມທະວີຄວາມພະຍາຍາມໃນວຽກງານສື່ສານກັບປະຊາຊົນລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍອັດຕາການປົກຄຸມການສັກວັກຊີນຂອງປະເທດ,” ກ່າວໂດຍ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ຂອງ ກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ.

ນອກຈາກນີ້, ທ່ານ Bisrat Abiy, ວ່າການເເທນຫົວໜ້າພະເເນກສຸຂະພາບຂອງ ອົງການຢູນິເຊັບ ປະຈໍາ ສປປ ລາວ, ຍັງໄດ້ໃຫ້ຄໍາເຫັນດັ່ງກ່າວ: “ວັກຊີນຍັງຄົງເປັນເຄື່ອງມືອັນສຳຄັນທີ່ຂາດບໍ່ໄດ້ສຳລັບພວກເຮົາ ໃນການຮັບມືກັບພະຍາດ ໂຄວິດ-19 ແລະ ມັນເປັນສິ່ງສຳຄັນ ທີ່ທຸກຄົນໃນຊຸມ ຊົນພວກເຮົາໄດ້ຮັບການສັກວັກຊີນ, ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ສູງອາຍຸ. ອົງການຢູນີເຊັບ ຍັງຄົງໃຫ້ຄຳ ໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຮ່ວມມືກັບລັດຖະບານເເຫ່ງ ສປປ ລາວ ໃນການສົ່ງເສີມວຽກ ງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ສ້າງຄວາມເຊື່ອໝັ້ນໃນປະສິດ ທິພາບ ແລະ ຄວາມປອດໄພ ຂອງວັກຊີນໃນຊຸມຊົນ.

ຂໍ້ມູນ: MediaLAOS

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...