spot_img
Homeຂ່າວພາຍ​ໃນໃຊ້ວິຈາລະນາຍານໃນການເສບຂ່າວສື່ອອນລາຍທີ່ບໍ່ເປັນທາງການ

ໃຊ້ວິຈາລະນາຍານໃນການເສບຂ່າວສື່ອອນລາຍທີ່ບໍ່ເປັນທາງການ

Published on

ປັດຈຸບັນ ມີເພຈທີ່ບໍ່ເປັນທາງການ ໄດ້ເຜີຍແຜ່ຂໍ້ມູນໂດຍອ້າງວ່າ: ນາຍົກລັດຖະມົນຕີ ແຕ່ງຕັ້ງບັນດາ ທ່ານສະມາຊິກສະພາແຫ່ງຊາດ ແລະ ນັກທຸລະກິດ ມາຮັບຜິດຊອບວຽກງານຕ່າງໆ ກ່ຽວກັບການແກ້ໄຂບັນຫານ້ຳມັນເຊື້ອໄຟ ພ້ອມປະກອບຮູບພາບ ເຊິ່ງບໍ່ຖືກຕ້ອງຕາມເນື້ອໃນຈິດໃຈຂໍ້ຕົກລົງຂອງລັດຖະບານ ທັງເປັນການສ້າງຄວາມສັບສົນວຸ້ນວາຍໃນສັງຄົມ ເກີດຄວາມເຂົ້າໃຈຜິດ ແລະ ວິພາກວິຈານຕ່າງໆນາໆ ໃນລັກສະນະບໍ່ສ້າງສັນ.

ຄວາມຈິງແລ້ວ ລັດຖະບານ ກໍຄື ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 36/ນຍ ລົງວັນທີ 06.06.2022 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ ປະກອບດ້ວຍ:
1) ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ເປັນຫົວໜ້າຄະນະ;
2) ແຕ່ງຕັ້ງ ທ່ານ ລັດຖະມົນຕີ ກະຊວງການເງິນ ເປັນຮອງຫົວໜ້າຄະນະ;
3) ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ;
4) ທ່ານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຄະນະ;
5) ທ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນຄະນະ;
6) ທ່ານ ຮອງຫົວໜ້າອົງການກວດກາແຫ່ງລັດ ເປັນຄະນະ;
7) ທ່ານ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ;
8) ທ່ານ ປະທານສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັດ ເປັນຄະນະ.
ສໍາລັບ ສິດ ແລະ ໜ້າທີ່ ຂອງ ຄະນະສະເພາະກິດຮັບຜິດຊອບ ແມ່ນວາງມາດຕະການຮັບປະກັນການນຳເຂົ້ານໍ້າມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈຳເປັນ ໃຫ້ເປັນປົກກະຕິ ແລະ ຮັບປະກັນການກໍານົດລາຄາໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານ້ຳມັນເຊື້ອໄຟຢູ່ຕະຫລາດໂລກ ແລະ ສະພາບຄວາມເປັນຈິງຂອງປະເທດເຮົາ.

ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...