Homeຂ່າວຕ່າງປະເທດກາດຍິງໃນປະເທດໄນຈີເຣຍເຮັດໃຫ້ຄົນເສຍຊີວິດຈຳນວນຫຼາຍ

ກາດຍິງໃນປະເທດໄນຈີເຣຍເຮັດໃຫ້ຄົນເສຍຊີວິດຈຳນວນຫຼາຍ

Published on

ເກີດເຫດສະເທືອນຂວັນໃນປະເທດໄນຈີເຣຍ ກຸ່ມມືປືນບຸກໂຈມຕີໂບດຄຣິສ ກາດຍິງຜູ້ຄົນ ແລະ ດຶກລະເບີດ ຈົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ, ບາດເຈັບອີກຈຳນວນຫຼາຍ ຄົນຮ້າຍຍັງມີການລັກພາໂຕບາດຫຼວງໄປນຳອີກ ຈົນຕອນນີ້ຍັງບໍ່ຮູ້ສະຕາກຳ.

ໃນວັນທີ 5 ມິຖຸນາ ທີ່ຜ່ານມາ ສຳນັກຂ່າວ BBC ລາຍງານວ່າ ເກີດເຫດກຸ່ມມືປືນບຸກກາດຍິງຜູ້ຄົນພາຍໃນໂບດຄຣິສ ໃນເມືອງໂອໂວ ແຂວງອອນໂດ ທາງຕະເວັນຕົກສຽງໃຕ້ຂອງປະເທດໄນຈີເຣຍ ຄາດວ່າມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ ໃນຈຳນວນນີ້ມີເດັກນ້ອຍຫຼາຍຄົນລວມຢູ່ນຳ ນອກຈາກນີ້ຍັງມີຄົນບາດເຈັບອີກຈຳນວນຫຼາຍ.

ລາຍງານຂ່າວລະບຸວ່າ ກຸ່ມຄົນຮ້າຍໄດ້ໃຊ້ອາວຸດປືນກາດຍິງຜູ້ຄົນທີ່ກຳລັງປະກອບພິທີທາງສາສະໜາພາຍໃນໂບດ ເນື່ອງຈາກເປັນວັນເພນເທກອດ, ຈາກນັ້ນກຸ່ມຄົນຮ້າຍໄດ້ມີການຈູດສະນວນລະເບີດໂດຍແຮງລະເບີດຍັງເຮັດໃຫ້ອາຄານໂບດໄດ້ຮັບຄວາມເສຍຫາຍຢ່າງໜັກ ນອກຈາກນີ້ກຸ່ມຄົນຮ້າຍຍັງໄດ້ລັກພາໂຕບາດຫຼວງທີ່ເປັນປະທານໂບດແຫ່ງນີ້ໄປນຳ ຈົນຮອດຕອນນີ້ຍັງບໍ່ຮູ້ສະຕາກຳວ່າຈະເປັນແນວໃດ.

ເຈົ້າແຂວງອອນໂດ ໄດ້ກ່າວວ່າເຫດການດັ່ງກ່າວ ເປັນເຫດການນອງເລືອດທີ່ທຳລາຍຄວາມສະຫງົບສຸກຂອງປະຊາຊົນ ພ້ອມກັນນີ້ໄດ້ຮຽກຮ້ອງໃຫ້ຕຳຫຼວດ, ທະຫານເລັ່ງຈັບໂຕຄົນຮ້າຍມາຮັບໂທດ.

ຢ່າງໃດກໍຕາມ ຕຳຫຼວດໄດ້ເປີດເຜີຍວ່າ ຈົນຮອດຕອນນີ້ຍັງບໍ່ມີກຸ່ມໃດອອກມາ ອ້າງໂຕວ່າຜູ້ຢູ່ເບື້ອງຫຼັງເຫດການບຸກໂຈມຕີໂບດໃນຄັ້ງນີ້ ເຖິງແມ່ນວ່າຢູ່ໄນເຈຍເຣຍມັກຈະເກີດເຫດການບຸກໂຈມຕີຢູ່ເປັນປະຈຳ ແຕ່ແຂວງອອນໂດເປັນພື້ນທີ່ທີ່ສະຫງົບສຸກທີ່ສຸດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...