spot_img
Homeຂ່າວພາຍ​ໃນຈັບກຸ່ມຄົນເຄື່ອນໄຫວລັກໝໍ້ໄຟ

ຈັບກຸ່ມຄົນເຄື່ອນໄຫວລັກໝໍ້ໄຟ

Published on

ໃນວັນທີ 30 ພຶດສະພາ 2022 ຈາກການລາຍງານຂອງ ປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ: ທ່ານ ບຸນເພັງ ວໍລະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວ່າ: ໃນວັນທີ 16 ພຶດສະພາ 2022 ໄດ້ຮັບແຈ້ງວ່າມີເຫດກຸ່ມຄົນບໍ່ດີລັກໜໍ້ໄຟກ້ອງວົງຈອນປິດຢູ່ເຂດ ເມືອງຈັນທະບູລີ, ເມືອງສີໂຄດຕະບອງ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຳນວນ 15 ຈຸດ ຫຼັງຈາກໄດ້ຮັບແຈ້ງກໍໄດ້ລົງກວດກາຕິດຕາມ, ເກັບກຳຂໍ້ມູນ, ມີຫຼັກຖານຊີ້ໃຫ້ເຫັນຜູ້ກະທຳຜິດ, ມາວັນທີ 19 ພຶດສະພາ 2022 ຈິ່ງຈັບຕົວ ທ້າວ ຈັນທະວີສຸກ ຫຼື ໂຕ່ ອາຍຸ 23 ປີ ຫວ່າງງານ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ , ທ້າວ ສົມສະນຸກ ອາຍຸ 50 ປີ ຫວ່າງງານ ບ້ານສະຫວ່າງ ເມືອງຈັນທະບູລີ, ທ້າວ ບຸນມາ ຫຼື ໝີ ອາຍຸ 33 ປີ ຫວ່າງງານ ບ້ານສະຫວ່າງ ເມືອງຈັນທະບູລີ ແລະ ທ້າວ ຈັນທະແສງ ອາຍຸ 33 ປີ ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ນວ ມາດຳເນີນຄະດີ.

ຜ່ານການສອບສວນ ໄດ້ໃຫ້ຄຳສາລະພາບວ່າ: ໃນໄລຍະເດືອນກຸມພາ ຫາ ເດືອນພຶດສະພາ 2022 ໄດ້ສົມຮູ້ຮ່ວມກັນເຄື່ອນໄຫວລັກຊັບ ປະເພດໝໍ້ໄຟກອງວົງປິດໃນຂອບເຂດ ເມືອງຈັນທະບູລີ, ເມືອງສີໂຄດຕະບອງ ແລະ ເມືອງໄຊເສດຖາ ຈຳນວນ 15 ຄັ້ງ ໄດ້ໝໍ້ໄຟກ້ອງວົງຈອນປິດທັງໝົດ 45 ໜ່ວຍ. ພາຍຫຼັງລັກມາແລ້ວໄດ້ນໍາເອົາໝໍ້ໄຟດັ່ງກ່າວໄປຂາຍຢູ່ຮ້ານເຫຼັກເສດ ຢູ່ເຂດບ້ານໝອງດ້ວງ ແລະ ບ້ານໜອງໜ້ຽວ ຕົກມາຮອດວັນທີ 19 ພຶດສະພາ 2022 ໃນຂະນະທີ່ພວກຕົນກຳລັງຂາຍໝໍ້ໄຟຢູ່ນັ້ນ ຖືກເຈົ້າໜ້າທີ່ເຂົ້າຈັບຕົວ.

ຕໍ່ກັບເຈົ້າຂອງຮ້ານຮັບຊື້ເຫຼັກເສດເຈົ້າໜ້າທີ່ໄດ້ນຳຕົວມາສຶກສາອົບຮົມ, ພ້ອມທັງຮຽກຮ້ອງໃຫ້ເປັນເຈົ້າການປະຕິບັດພັນທະປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບ ຖ້າພົບເຫັນບຸກຄົນ ຫຼື ກຸ່ມຄົນກະທຳຜິດກົດໝາຍ ເວົ້າສະເພາະກຸ່ມຄົນນຳເອົາໝໍ້ໄຟກອງວົງຈອນປິດມາຂາຍ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່.

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...