ອຸຕຸເຕືອນຝົນຕົກໜັກ, ຟ້າຮ້ອງ, ຟ້າເຫຼື້ອມ ແລະ ລົມພັດແຮງ

0
872

ແຈ້ງເຕືອນຝົນຕົກໜັກ ປະຈຳວັນທີ 23 ພຶດສະພາ 2022, ເວລາ 06 ໂມງ 00​ ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ສືບຕໍ່ພາດຜ່ານເຂດພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກຳລັງປານກາງ ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.​

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອານາດການປົກຄອງທຸກພາກສ່ວນ ທີ່ອາໃສຢູ່ບັນດາແຂວງພາກເໜືອ​ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ ແລະ ນໍ້າຖ້ວມຊູເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 23/05/2022 ຫາ ເວລາ 07 ໂມງ ຂອງວັນທີ 24/05/2022.​ ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາໜັກຢູ່ບາງທ້ອງຖິ່ນ ແຂວງຫົວພັນ ແລະ ຊຽງຂວາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 60% ຂອງພາກ.​ ອຸນຫະພູມໃນລະຫວ່າງ 19 – 29 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຫຼວງນໍ້າທາ ແລະ ບໍ່ແກ້ວ​ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 33 ອົງສາ.

ນະຄອນຫຼວງວຽງຈັນຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24 – 33 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ) ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງວຽງຈັນ ບໍລິຄຳໄຊ ແລະ ຄຳມ່ວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 32 ອົງສາ.

ແຂວງໄຊສົມບູນ: ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກ. ອຸນຫະພູມໃນລະຫວ່າງ 16 – 24 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ​ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງສາລະວັນ ແລະ ຈຳປາສັກ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 40% ຂອງພາກ. ອຸນຫະ ພູມໃນລະຫວ່າງ 22 – 33 ອົງສາ.

ສຳລັບເຂດພູພຽງບໍລະເວນ: ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ, ອຸນຫະພູມໃນລະຫວ່າງ 15 – 27 ອົງສາ.