Homeຂ່າວຕ່າງປະເທດທະຫານຣັດເຊຍສາລະພາບ ໄດ້ສັງຫານປະຊາຊົນຊາວຢູເຄຣນ

ທະຫານຣັດເຊຍສາລະພາບ ໄດ້ສັງຫານປະຊາຊົນຊາວຢູເຄຣນ

Published on

ທ้າວ ວາດິມ ຊີຊີມາລິນ ທະຫານຣັດເຊຍ ອາຍຸ 21 ປີ ໄດ້ສາລະພາບຕໍ່ສານວ່າ ໄດ້ກະທຳຜິດແທ້, ໃນການພິຈາລະນາຄະດີອາຊະຍະກຳທີ່ເກີດຂຶ້ນຍ້ອມຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ ໂດຍກ່ອນໜ້ານີ້ລາວໄດ້ຍິງຂ້າຜູ້ຊາຍສູງອາຍຸ 62ປີ ທັ້ງທີ່ລາວເປັນປະຊາຊົນທີ່ບັງເອີນຂີ່ລົດຖີບຜ່ານ.

ທາ້ວ ຊີຊີມາລິນ ເປັນຫົວໜ້າກອງທະຫານລົດຖັງໜ່ວຍໜຶ່ງ ໄດ້ຍິງສັງຫານທ້າວ ໂອເລັກຊານເດີ ເຊລິປອຟ ທີ່ບ້ານຊູປາຄິຟກາ ປະເທດຢູເຄຣນ ໃນຊ່ວງທຳອິດຂອງການເລີ່ມເຮັດສົງຄາມ, ໂດຍໃນຂະນະນັ້ນລາວ ແລະ ໝູ່ອີກ 4 ຄົນ ກຳລັງຂັບລົດທີ່ລັກມາ ເພື່ອໜີຈາກການໂຈມຕີຂອງຂະບວນລົດຖັງຂອງພວກລາວ.

ແລ້ວລາວໄດ້ສາລະພາບວ່າ: “ເຂົາໄດ້ຮັບຄຳສັ່ງໃຫ້ສັງຫານປະຊາຊົນ ຈຶ່ງໄດ້ໃຊ້ປືນຍິງເຂົ້າທີ່ຫົວທ້າວ ເຊລິປອຟ ຈົນເສຍຊີວິດທັນທີ”.

ຂະນະທີ່ລາວເດີນທາງມາຫ້ອງພິຈາລະນາຄະດີໃນສານ ລາວໄດ້ຖືກໃສ່ກະແຈມື ແລະ ລ້ອມດ້ວຍເຈົ້າໜ້າທີ່ຮັກສາຄວາມປອດໄພຢ່າງແໜ້ນໜາ, ໃນຂະນະທີ່ ພັນລະຍາຂອງຜູ້ເສຍຊີວິດ ກໍໄດ້ເຂົ້າຮ່ວມຮັບຟັງການພິຈາລະນາຄະດີເຊັ່ນກັນ. ການພິຈາລະນາຄະດີໄດ້ຈົບຢ່າງໄວເນື່ອງຈາກຜູ້ກ່ຽວໄດ້ສາລະພາບ ແຕ່ກໍຍັງມີການ ສວບສວນອີກຕໍ່ໄປ.

ລັດຖະບານຣັດເຊຍໄດ້ຖະແຫຼງວ່າ ບໍ່ຮັບຮູ້ເຖິງການກະທຳຜິດຂອງທ້າວ ຊີຊີມາລິນ, ສ່ວນທາງຢູເຄຣນ ໄດ້ແຈ້ງວ່າ ໄດ້ກວດພົບການກໍ່ອາຊະຍະກຳສົງຄາມໂດຍທະຫານຣັດເຊຍຫຼາຍກວ່າ 10,000 ຄະດີແລ້ວ.

ແຫຼ່ງຂ່າວຈາກສຳນັກຂ່າວເອພີ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...