spot_img
Homeຂ່າວຢາເສບຕິດເຈົ້າໜ້າທີ່ ປກສ ນະຄອນໄກສອນ ຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ຈັບຕົວເປົ້າໝາຍຄ້າຂາຍຢາເສບຕິດ

Published on

ໃນວັນທີ 16 ພຶດສະພາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ກອງບັນຊາການປ້ອງການຄວາມສະຫງົບ (ປກສ) ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ລາຍງານາວ່າ: ໃນວັນທີ 13 ພຶດສະພາ 2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດນະຄອນໄກສອນພົມວິຫານ.

ໃນເວລາປະມານ 13 ໂມງ ຂອງວັນທີ 13 ເມື່ອເຈົ້າໜ້າທີ່ເຄື່ອນໄຫວມາຮອດເຂດບ້ານຫົວເມືອງໃຕ້ ກໍ່ໄດ້ພົບເຫັນເປົ້າໝາຍຄ້າ-ຂາຍຢາເສບຕິດ, ດັ່ງນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າຈັບກຸມ, ເມື່ອເປົ້າໝາຍເຫັນເຈົ້າໜ້າທີ່ກໍ່ໄດ້ເອົາຕົວຫຼົບໜີ ແລ້ວຖິ້ມເຄື່ອງຂອງກາງປະໄວ້ ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດ (ຢາບ້າ) ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສຸມກໍາລັງຕິດຕາມຊອກຄົ້ນຫາເປົ້າໝາຍເພື່ອຈັບກຸມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ຈົນຮອດເວລາປະມານ 20 ໂມງຂອງວັນດຽວກັນ ຈຶ່ງສາມາດຈັບຕົວເປົ້າໝາຍດັ່ງກ່າວໄດ້ ເຊິ່ງມີຊື່ວ່າທ້າວ ໄຊສົມພອນ ຫຼື ບອຍ ອາຍຸ 26 ປີ, ອາຊີບວ່າງງານ, ບ້ານລັດຕະນະລັງສີເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ , ພ້ອມທັງທໍາການກວດຄົ້ນຕົວຂອງຜູ້ກ່ຽວໄດ້ພົບເຫັນຢາອີ ຈໍານວນ 16 ເມັດ ທີ່ຊຸກເຊື່ອງໄວ້ໃນຖົງໂສ້ງ ມີໂທລະສັບມືຖືຍີ່ຫໍ້ຊໍາຊຸງ A72 ສີດໍາ 1 ໜ່ວຍ.

ຈາກນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນໍາຕົວຜູ້ກ່ຽວໄປກວດຄົ້ນເຄຫະສະຖານບ່ອນທີ່ຜູ້ກ່ຽວພັກອາໄສຢູ່ບ້ານຫົວເມືອງໃຕ້ ຜ່ານການກວດຄົ້ນຫ້ອງນອນຂອງຜູ້ກ່ຽວໄດ້ພົບເຫັນສິ່ງທີ່ຜິດຕໍ່ລະບຽບກົດໝາຍຄື: ຢາເສບຕິດ (ຢາບ້າ) ຈໍານວນ 378 ມັດ ກັບອີກ 78 ເມັດ ເທົ່າກັບ 756.078 ເມັດ, ຢາອີ ຈໍານວນ 4 ຖົງ ເທົ່າກັບ 361 ເມັດ, ອາວຸດປືນສັ້ນ 1 ກະບອກ ພ້ອມລູກກະສຸນຈໍານວນ 60 ລູກ.

ລວມເຄື່ອງຂອງກາງທັງໝົດທີ່ຢຶດໄດ້ມີຢາ 762.078 ເມັດ, ຢາອີ 377 ເມັດ, ປືນສັ້ນ 1 ກະບອກ ພ້ອມກະສຸນ 60 ລູກ ແລະພາຫະນະລົດຈັກຍີ່ຫໍ້ຮອນດ້າ ລຸ້ນສະກຸບປີ້ໄອສີຄີມ 1 ຄັນ; ສໍາລັບຜູ້ກະທໍາຜິດແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.
ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...