spot_img
Homeຂ່າວຕ່າງປະເທດຫວຽດນາມປະກາດຊ່ວຍເຫຼືອຢູເຄຣນ 500,000 ໂດລາສະຫະລັດ

ຫວຽດນາມປະກາດຊ່ວຍເຫຼືອຢູເຄຣນ 500,000 ໂດລາສະຫະລັດ

Published on

ນາຍົກລັດຖະມົນຕີຫວຽດນາມ ທ່ານ ຟາມ ໝິນ ຈິນ (Pham Minh Chinh) ປະກາດບໍລິຈາກເງິນຈຳນວນ 500,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອດ້ານມະນຸດສະທຳໃຫ້ຢູເຄຣນ ຜ່ານອົງກອນດ້ານມະນຸດສະທຳລະຫວ່າງປະເທດ ໃນຂະນະທີ່ນາຍົກລັດຖະມົນຕີຂອງຍີ່ປຸ່ນມາຢ້ຽມຢາມ.

ຕາມການລາຍງານຂອງ ຫວຽດນາມ ໃນວັນທີ 1 ພຶດສະພາທີ່ຜ່ານມານີ້, ມີການເຈລະຈາລະຫວ່າງ ທ່ານ ຟາມ ໝິນ ຈິນ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ກິຊິດະ ຟູມິໂອ ນາຍົກລັດຖະມົນຕີຍີ່ປຸ່ນ (Kishida Fumio) ທີ່ ຮາໂນຍ ປະເທດຫວຽດນາມ.

ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ມາຢ້ຽມຢາມສະມາຊິກອາຊຽນ ເຊິ່ງໃນນັ້ນມີ ໄທ, ອິນໂດເນເຊຍ ແລະ ຫວຽດນາມ. ນອກຈາກນີ້ຍັງໄດ້ພົບກັບຜູ້ນຳຂອງລາວ ແລະ ກຳປູເຈຍໃນເດືອນແລ້ວນີ້ ທີ່ການປະຊຸມສຸດຍອດອາຊີ-ປາຊິຟິກ ຄັ້ງທີ 4.

ຫວຽດນາມຍິນດີໃຫ້ຄວາມຊ່ວຍເຫຼືອໃນດ້ານມະນຸດສະທຳ, ຂະບວນການທາງການເຈລະຈາທາງການທູດ, ບົດສົນທະນາ ແລະ ບົດເຈລະຈາ. ໃນຂະນະທ່ານ ກິຊິດະ ແລະ ທ່ານ ຟາມ ໝິນ ຈິນ ໄດ້ຕົກລົງທີ່ຈະສົ່ງເສີມຄວາມສຳພັນທາງດ້ານເສດຖະກິດ ແລະ ຄວາມໝັັ້ນຄົງ ຮຽກຮ້ອງໃຫ້ຢຸດຕິສົງຄາມ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...