spot_img
Homeຂ່າວຕ່າງປະເທດອິນເດຍ ພະເຊີນກັບອາກາດຮ້ອນ ຄາດວ່າຈະຮອດ 44 ອົງສາ

ອິນເດຍ ພະເຊີນກັບອາກາດຮ້ອນ ຄາດວ່າຈະຮອດ 44 ອົງສາ

Published on

ອິງຕາມການລາຍງານຂອງສຳນັກຂ່າວ ກຸງນິວເດລີ ຂອງອິນເດຍ ໄດ້ລາຍງານໃນວັນທີ 28 ເມສາ 2022 ທີ່ຜ່ານມາວ່າ: ອິນເດຍພະເຊີນສະພາບອາກາດທີ່ຮ້ອນສູງເຖິງ 40 ອົງສາ ແລະ ມີການຄາດການວ່າໃນອາທິດນີ້ອຸນຫະພູມຈະສູງເຖິງ 44 ອົງສາຂະນະທີ່ນາຍົກ ອິນເດຍ ເຕືອນລະວັງການເກິດໄຟໄໝ້.

ປະຊາຊົນຈຳນວນຫຼາຍຫາວິທີຄາຍຮ້ອນ ບາງເມືອງກໍມີລາຍງານວ່າຄວາມນິຍົມໃນການລົງຮຽນລອຍນ້ຳເພີ່ມຂຶ້ນສູງ ຂະນະທີ່ຄົນສ່ວນໜຶ່ງອາໃສຜ້າປົກປິດຫົວເມື່ອຕ້ອງດີນທາງຕາກແດດ.

ເຈົ້າໜ້າທີ່ສວນສັດລະບຸວ່າ: ຂະນະນີ້ຕ້ອງຕິດຕັ້ງເຄື່ອງພົ່ນອາຍນ້ຳ ເພື່ອພົ່ນລະອອງນ້ຳໃນສວນນົກເພື່ອຊ່ວຍໃນຫຼຸດຄວາມຮ້ອນ ແລະ ພັດລົມເປັນອີກສິ່ງໜຶ່ງທີ່ຂາດບໍ່ໄດ້ ລງວມເຖິງການເສີມວິຕາມິນພູມຄຸ້ມກັນໃຫ້ສັດ.

ສຳລັບອາກາດຮ້ອນເລີ່ມຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາເຊິ່ງໜ່ວຍງານ ອຸຕຸນິຍົມ ວິທະຍາອິນເດຍລະບຸວ່າ: ເດືອນ ມີນາ ທີ່ຜ່ານມາ ອາກາດຮ້ອນທີ່ສຸດໃນຮອບ 122 ປີ ຕັ້ງແຕ່ເລີ່ມເກັບສະຖິຕິ ຂະນະທີ່ຜູ້ຊ່ຽວຊານລະບຸວ່າ: ໃນພາບລວມແລ້ວມີຫຼາຍປັດໃຈທີ່ເຮັດໃຫ້ອາກາດປ່ຽນແປງ ແຕ່ຕົ້ນຕໍຄືປັນຫາໂລກຮ້ອນ ແລະ ເກງວ່າປັນຫານີ້ຈະບໍ່ໄດ້ເກີດຂຶ້ນແລ້ວຜ່ານໄປ ແຕ່ຈະມີແນວໂນ້ມຄົງຢູ່ອີກດົນນານ.

ຢ່າງໃດກໍຕາມໃນອາດີດຄວາມຮ້ອນໄດ້ເຮັດໃຫ້ຄົນອິນເດຍເສຍຊີວິດເປັນຈຳນວນຫຼາຍໃນປີ 2015 ຈຳນວນ 2000 ຄົນ.

ທີ່ມາ:ໄທ ພີບີເອັສ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...