spot_img
Homeຂ່າວພາຍ​ໃນແອັບລາວແຊັດ ໃຊ້ສຳລັບການຕິດຕໍ່ສື່ສານ

ແອັບລາວແຊັດ ໃຊ້ສຳລັບການຕິດຕໍ່ສື່ສານ

Published on

ພິທີເປີດນຳໃຊ້ ແອັບລາວແຊັດ (LoudChat) ເຊິ່ງເປັນແອັບສຳລັບການຕິດຕໍ່ສື່ສານ ໃນວັນທີ 11 ເມສາ 2022 ໂດຍມີ ທ່ານ ສຸວອນ ເລືອງບຸນມີ ຮອງ ປະທານສະພາແຫ່ງຊາດ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ແອັບລາວແຊັດ (LoudChat) ເປັນແອັບພລິເຄຊັນ ສໍາລັບການຕິດຕໍ່ສື່ສານກັນ (Instant Messaging App) ແອັບທໍາອິດຂອງ ສປປ ລາວ ທີ່ມີ ການເຮັດວຽກຄ້າຍຄືກັບແອັບອື່ນໆ ເປັນຕົ້ນ “Whatsapp”; “WeChat” ທີ່ມີຟັງຊັນພື້ນຖານໃນການຮັບສົ່ງ ຂໍ້ຄວາມເປັນໂຕໜັງສື, ຂໍ້ຄວາມສຽງ, ຮູບພາບ ແລະ ວີດີໂອ, ສາມາດໂທດ້ວຍສຽງ, ໂທວີດີໂອ ແລະ ໂທສົນທະນາແບບເປັນກຸ່ມ, ສາມາດແບ່ງປັນເອກະສານ (File Sharing) ແລະ ສະຖານທີ່ຕັ້ງ (Share Location).

ນອກນັ້ນ, ກໍຍັງມີລະບົບລະຫັດສຸຂະພາບ (Lao creen code) ຂອງປະເທດສິງກະໂປ ແລະ ລະບົບ Green Code ໃນແອັບ Wechat ຂອງ ສປ ຈີນ ແລະ ຍັງສາມາດເຊື່ອມໂຍງຂໍ້ມູນ ແລະ ການບໍລິການຂອງຂະແໜງການຕ່າງໆຂອງພາກລັດໃນອະນາຄົດ ເປັນຕົ້ນແມ່ນການເຂົ້າຫາລະບົບລະຫັດສຸຂະພາບ (Lao Green Code) ຊຶ່ງສາມາດເຊື່ອມໂຍງຂໍ້ມູນຂະແໜງສາທາລະນະສຸກຜ່ານແອັບ LaoKYC, ການເສຍພາສີທີ່ດິນ, ການຂຶ້ນທະບຽນແຮງງານຕ່າງດ້າວ, ການຂົນສົ່ງ ແລະ ການບໍລິການອື່ນໆ..

ທ່ານ ພູຂົງ ຈິດຮູບໂລກ ໄດ້ກ່າວວ່າ: ວຽກຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານ ໃຫ້ຄວາມສຳຄັນ ເຊິ່ງວຽກງານເຕັກໂນໂລຊີ ແລະ ການສື່ສານ ໄດ້ກາຍເປັນຂະແໜງການປາຍແຫລມປີ່ນອ້ອມໃຫ້ແກ່ວຽກງານໃນທຸກຂະແໜງການ, ໄລຍະຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີການຮ່ວມມືກັບຫລາຍພາກ ສ່ວນເພື່ອຊຸກຍູ້, ສົ່ງເສີມການພັດທະນາວຽກງານດັ່ງກ່າວ ລວມທັງການຮ່ວມມືກັບ ບໍລິສັດ ສິຣິຈະເລີນໄຊ ຈຳກັດ ໃນການພັດທະນາ ແອັບພລິເຄເຊີນ ລາວແຊັດ ເຊິ່ງຖືໄດ້ວ່າເປັນວຽກບູລິມະສິດໜຶ່ງ ຂອງການຫັນເປັນທັນສະໄໝຂອງລັດຖະບານ ແລະ ການບໍລິການຂອງພາກລັດ ສູ່ສັງຄົມ ແລະ ປະຊາຊົນລາວ.

ທັງນີ້ກໍເພື່ອປະຕິບັດຕາມທິດຫັນເປັນທັນສະໄໝຂອງລັດຖະບານ ໂຄງການພັດທະນາລະບົບແອັບ ລາວແຊັດ ແລະ ລະບົບລະຫັດສຸຂະພາບ Lao Green Code ເຊິ່ງເປັນ mini app ທີ່ນອນໃນ ແອັບ LoudChat, ລະບົບດັ່ງກ່າວແມ່ນຖືກນໍາໃຊ້ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ຄ້າຍຄືກັບລະບົບທີ່ນໍາໃຊ້ຢູ່ໃນຫລາຍປະເທດ ເຊັ່ນ: ລະບົບ TraceTogether ເປັນໂຄງການຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ສິຣິຈະເລີນໄຊ ຈໍາກັດ ໂດຍຈັດຕັ້ງປະຕິບັດຕາມ MOU ສະບັບວັນທີ 27 ສິງຫາ 2021 ເຊິ່ງບໍລິສັດ ສາມາດພັດທະນາແອັບລາວແຊັດ ໄດ້ສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ໂດຍໄດ້ມີການທົດລອງນຳໃຊ້ແອັບຕົວຈິງໃນຕົ້ນເດືອນ ກຸມພາ 2022 ທີ່ຜ່ານມາ.

ໃນໂອກາດດຽວກັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ສິຣິຈະເລີນໄຊ ກໍໄດ້ເຊັນສັນຍາ ໂຄງການພັດທະນາລາວແຊັດ ແລະ ລະບົບລະຫັດສຸຂະພາບ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ສຶກສາຄວາມເປັນໄປໄດ້ໃນການພັດທະ ນາສູນກາງການແລກປ່ຽນຂໍ້ມູນຂ່າວສານຂອງພາກລັດ ພາຍໃນປະເທດ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພູຂົງ ຈິດຮູບໂລກ, ຫົວໜ້າຫ້ອງການ, ກຕສ ແລະ ທ່ານ ສຸລິໄຊ ໄຊຍະສານ ຜູ້ອໍານວຍການໃຫຍ່ ບໍລິສັດ ສິຣິຈະເລີນໄຊ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...