Homeຂ່າວພາຍ​ໃນເປີດນຳໃຊ້ຂົວນ້ຳພີດ ບ້ານໂຄກສະຫວ່າງ, ເມືອງຍົມມະລາດ, ແຂວງຄຳມ່ວນ

ເປີດນຳໃຊ້ຂົວນ້ຳພີດ ບ້ານໂຄກສະຫວ່າງ, ເມືອງຍົມມະລາດ, ແຂວງຄຳມ່ວນ

Published on

ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນໍ້າພີດ ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 9 ເມສາ 2022 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານການນຳຂອງແຂວງ, ບັນດາພະແນກການ, ການນຳເມືອງຍົມມະລາດ, ຂະແໜງການອ້ອມຂ້າງເມືອງ ຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວຊຸມຊົນ ບ້ານໂຄກສະຫວ່າງ ແມ່ນເປັນປະເພດຂົວ ເບຕົງ ປະສົມໄມ້, ມີຄວາມຍາວ 115 ແມັດ, ກວ້າງ 3,5 ແມັດ, ມີຈຳນວນເສົາຂົວ 44 ເສົາ, ສາມາດຮອງຮັບນໍ້າໜັກໄດ້ 3,5 ໂຕ່ນ. ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບສ່ວນຈາກຫຼາກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໂດຍບໍລິສັດເກດສຸວັນ ໄດ້ມີການ ປະກອບສ່ວນທາງດ້ານ ເຫຼັກ, ປູນຊີມັງ, ເຄື່ອງກົນຈັກໜັກ ແລະ ອື່ນໆ ມີທັງການປະກອບສ່ວນແບບຊ່ວຍເຫຼືອ ແລະ ການປະກອບສ່ວນໃນຮູບແບບຜູ້ຮັບເໝົາ ໂດຍບໍ່ຄິດກຳໄລ ສ່ວນທາງດ້ານແຮງງານຫຼັກແມ່ນ ນໍາໃຊ້ແຮງງານ ຂອງພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງ ເຊິ່ງການກໍ່ສ້າງແມ່ນແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ໃຊ້ເວລາ ການກໍ່ສ້າງ 14 ວັນ ກໍ່ສ້າງເສົາຂົວສຳເລັດ 30 ເສົາ ແລະ ໄລຍະທີ 2 ໃຊ້ເວລາ 36 ວັນ ກໍ່ສ້າງເສົາຂົວຕື່ມ 14 ເສົາ, ເສົາຫົວຂົວ 2 ເສົາ ພ້ອມປະກອບຂາງໄມ້ຕາມການອອກແບບ ເຊິ່ງການກໍ່ສ້າງແມ່ນໄດ້ສຳເລັດໃນວັນທີ 15 ທັນວາ 2021 ມີໄລຍະເວລາໃນການກໍ່ສ້າງແມ່ນ 50 ວັນ, ລວມມູຄ່າທັງໝົດ 1,08 ຕື້ກວ່າກີບ.

ຕໍ່ກັບຜົນສຳເລັດດັ່ງກ່າວນີ້ແມ່ນຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຖືເປັນຊັບສົມບັດຂອງບ້ານ ເພື່ອພ້ອມກັນເປັນເຈົ້າການຕິດຕາມ, ກວດກາ ແລະ ບູລະນະປົກປັກຮັກສາ ເພື່ອເຮັດແນວໃດໃຫ້ຂົວດັ່ງກ່າວ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ນຳໃຊ້ໄດ້ຢ່າງຍາວນານ. ພ້ອມນີ້ກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ ພ້ອມກັນສຸມໃສ່ ໃນການຜະລິດຕາມເງື່ອນໄຂ ແລະ ທ່າແຮງຂອງຕົນ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ກາຍເປັນສິນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ, ພ້ອມກັນປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊຸກຍູ້ປຸກລະດົມປະຊາຊົນ ກໍ່ຄືສະມາຊິກພາຍໃນຄອບຄົວຜູ້ທີ່ຄົບເງື່ອນໄຂ ໄປສັກວັກຊິນ ເພື່ອສ້າງພູມຄຸ້ມກັນ ຕໍ່ການຕິດເຊື້ອ ແລະ ການເສຍຊີວິດຈາກພະຍາດຮ້າຍດັ່ງກ່າວ.

ທີ່ມາ: ມິເດຍລາວ

ບົດຄວາມຫຼ້າສຸດ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ...

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ. ກອງປະຊຸມສະຫຼຸບການດໍາເນີນທຸລະກິດ...

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...