spot_img
Homeຂ່າວຕ່າງປະເທດຝົນຕົກໜັກຝັ່ງຕາເວັນອອກຂອງອົດສະຕຣາລີ

ຝົນຕົກໜັກຝັ່ງຕາເວັນອອກຂອງອົດສະຕຣາລີ

Published on

ອີງຕາມສຳນັກຂ່າວ Reuters ລາຍງານວ່າ ຝົນຕົກໜັກຢູ່ຝັ່ງຕາເວັນອອກຂອງອົດສະຕຣາລີໃນວັນທີ 7 ເມສາທີ່ຜ່ານມາ ເຮັດໃຫ້ນະຄອນຊິດນີ້ຕ້ອງປະສົບກັບຝົນຕົກເທົ່າກັບປະລິມານຝົນທີ່ຕົກເກືອບທັງເດືອນ. ສົ່ງຜົນໃຫ້ເກີດນໍ້າຖ້ວມກະທັນຫັນຕາມຖະໜົນຫົນທາງ ​ແລະ ​ເຈົ້າໜ້າ​ທີ່​ຕ້ອງ​ປະກາດ​ການ​ອົບພະຍົບ​ປະຊາຊົນ ພ້ອມ​ເຕືອນ​ວ່າ​ຈະ​ມີ​ຝົນຕົກ​ເພີ່ມ​ຂຶ້ນອີກ.

ຜູ້ພັກອາໃສໃນເຮືອນພັກຄົນຊະລາໄດ້ຖືກຍົກຍ້າຍ ຫຼັງໜ່ວຍງານສຸກເສີນໄດ້ຮຽກຮ້ອງໃຫ້ພົນລະເມືອງ 5 ລ້ານຄົນຂອງ ຊິດນີ້ ຫລີກລ້ຽງການເດີນທາງທີ່ບໍ່ຈໍາເປັນ ແລະ ກຽມພ້ອມສໍາລັບຄໍາສັ່ງອົບພະຍົບທີ່ອາດຈະມີຂຶ້ນ.

ສຳລັບສະຖານະການນໍ້າຖ້ວມໃນອ່າງເກັບນໍ້າມັນເຊື້ອໄຟຂອງ Ampol ພາກໃຕ້ຂອງ ຊິດນີ້ ເຮັດ​ໃຫ້​ນ້ຳ​ມັນ​ປົນ​ກັບ​ນ້ຳ​ຖ້ວມ ແຕ່ພະແນກສຸກເສີນກ່າວວ່າ ສາມາດຄວບຄຸມສະຖານະການ ແລະ ບໍ່ມີຄວາມສ່ຽງຈະເກີດອັນຕະລາຍໃນພື້ນທີ່.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...