spot_img
Homeຂ່າວພາຍ​ໃນກອງປະຊຸມຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາສູບ

ກອງປະຊຸມຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາສູບ

Published on

ໃນວັນທີ 5 ເມສາ 2022 ທີ່ຜ່ານມານີ້ທີ່ກະຊວງສາທາລະນະສຸກໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາສູບ  ໂດຍການເປັນປະທານຂອງ ທ່ານ ປອ ດຣ. ບຸນແຝງ ພຸມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາສູບ ພ້ອມດ້ວຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ກົດໝາຍວ່າດ້ວຍການຄວບຄຸມຢາສູບ ຂອງ ສປປ ລາວ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ, ນຳເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ, ເຮັດໃຫ້ເນື້ອໃນຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ, ເຮັດໃຫ້ອົງການທີ່ຮັບຜິດຊອບວຽກງານຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບນດາເຜົ່າ, ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຈາກການຊົມໃຊ້ຢາສູບ, ເພື່ອສົ່ງເສີມໃຫ້ພົນລະເມືອງທຸກຄົນມີສຸຂະພາບແຂງແຮງ ມີອາຍຸຍືນຍາວ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບໃຫ້ລະອຽດ ຈະແຈ້ງ ແລະ ຮັດກຸມກວ່າເກົ່າ ທັງເປັນການຍົກລະດັບມາດຕະການປ້ອງກັນ ແລະ ສົ່ງເສີມສຸຂະພາບແກ່ປະຊາຊົນພົນລະເມືອງໂດຍສະເພາະແມ່ຍິງ ແລະ ເດັກນ້ອຍໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ສອດຄ່ອງກັບສົນທິສັນຍາທີ່ ສປປ ລາວເປັນພາຄີ.

ກົດໝາຍວ່າດ້ວຍການຄວບຄຸມຢາສູບສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021 ໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດ ໄດ້ອອກລັດຖະດຳລັດປະກາດໃຊ້ ສະບັບເລກທີ 240/ປປທ ລົງວັນທີ 29 ທັນວາ 2021 ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສີບຫ້າວັນ ຊຶ່ງມີຜົນບັງຄັບໃຊ້ ໃນວັນທີ 24 ມີນາ 2022.

ພາບ-ຂ່າວ:  ສູນຂ່າວສານການແພດສຸຂະສຶກສາ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...