spot_img
Homeຂ່າວພາຍ​ໃນຍີ່ປຸ່ນໃຫ້ການຊ່ວຍເຫຼືອການເກັບກູ້ລະເບີດທີ່ບໍ່ທັນແຕກ ລວມມູນຄ່າ 5 ລ້ານໂດລາສະຫະລັດ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອການເກັບກູ້ລະເບີດທີ່ບໍ່ທັນແຕກ ລວມມູນຄ່າ 5 ລ້ານໂດລາສະຫະລັດ

Published on

ພິທີລົງນາມເອກະສານແລກປ່ຽນ “ໂຄງການພັດທະນາເສດຖະກິດ ແລະ ສັງຄົມ” ໄດ້ຈັດຂຶ້ນໃນວັນທີ 1 ເມສາ ທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ການລົງນາມເອກະສານແລກປ່ຽນແມ່ນຕາງໜ້າໂດຍ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພາຍໃຕ້ການຮ່ວມເປັນສັກຂີພະຍານຂອງຕົວແທນຈາກຫຼາຍກະຊວງທີ່ກ່ຽວຂ້ອງ. ລັດຖະບານຍີ່ປຸ່ນຈະສະໜອງການຊ່ວຍເຫຼືອລ້າເປັນມູນຄ່າປະມານ 5 ລ້ານໂດລາສະຫະລັດເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໂຄງການດັ່ງກ່າວແມ່ນເພື່ອມອບອຸປະກອນທີ່ຈຳເປັນໃນການຝຶກອົບຮົມເພື່ອສ້າງນັກເກັບກູ້ລະເບີດບໍ່ທັນແຕກໃນອະນາຄົດ ແລະ ອຸປະກອນທີ່ນຳໃຊ້ໃນວຽກງານເກັບກູ້ລະເບີດ ໃຫ້ແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດລາວ (UXO).

ປັດຈຸບັນຍີ່ປຸ່ນໄດ້ຮ່ວມມືກັບອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ຈາກປະເທດຍີ່ປຸ່ນ ແລະ ສາກົນ, ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ປະເທດລາວໃນດ້ານການເກັບກູ້ລະເບີດບໍ່ທັນແຕກລວມເປັນມູນຄ່າກວ່າ 66.6 ລ້ານໂດລາສະຫະລັດໃນໄລຍະເວລາຍາວນານຫຼາຍກວ່າ 20 ປີ ແລະ ມີລະເບີດທີ່ບໍ່ທັນແຕກຈຳນວນປະມານ 80 ລ້ານລູກຕົກຄ້າງຢູ່ໃນ ສປປ ລາວ ພາຍຫຼັງສົງຄາມອິນດູຈີນສິ້ນສຸດລົງກວ່າ 40 ປີແລ້ວ. ເຊິ່ງຍັງຄົງເປັນບັນຫາດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສົ່ງຜົນໃຫ້ປະຊາຊົນຂາດເຂີນພື້ນທີ່ໆປອດໄພ ທີ່ຈຳເປັນໃນການພັດທະນາເສດຖະກິດ-ສັງຄົມ.

ການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດບໍ່ທັນແຕກກໍແມ່ນບັນຫາບູລິມະສິດໜຶ່ງຕໍ່ການເປັນ “ຄູ່ຮ່ວມຍຸດທະສາດ” ລະຫວ່າງຍີ່ປຸ່ນ ແລະ ລາວ. ໃນຕົ້ນເດືອນມີນາປີ 2022, ທ່ານ ຄິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ, ພ້ອມດ້ວຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ຢັ້ງຢືນຮ່ວມກັນວ່າ ທັງສອງປະເທດຈະເອົາໃຈໃສ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ແລະ ພັດທະນາການເປັນຄູ່ຮ່ວມມືພາຍໃຕ້ “ແຜນປະຕິບັດງານເພື່ອຄວາມກ້າວໜ້າຂອງການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ” ເຊິ່ງໄດ້ກວມເອົາການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດທີ່ບໍ່ທັນແຕກໂດຍຜ່ານການຮ່ວມມືຂອງທັງສອງຝ່າຍ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...