spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ3 ອາຫານເຊົ້າ ເພີ່ມພະລັງສະໝອງ

3 ອາຫານເຊົ້າ ເພີ່ມພະລັງສະໝອງ

Published on

inter5

ຢ່າງ​ທີ່​ທຸກ​ຄົນ​ຮູ້​ກັນ​ດີ​ວ່າ ອາຫານ​ເຊົ້າ ສຳຄັນ​ຕໍ່​ສະຫມອງ​ຫລາຍກວ່າ​ຄາບ​ໃດ​ໆ ແຕ່​ກໍ​ຍັງມີ​ອີກ​ຫລາຍ​ຄົົນທີ່​ບໍ່​ກິນ ອາຫານ​ເຊົ້າ ເພາະ​ວ່າ​ບໍ່​ມີ​ເວລາ ຕື່ນ​ແລ້ວ​ກໍ​ຮີບ​ອອກ​ໄປ​ຮຽນ​ຫລື​ ໄປ​ເຮັດວຽກ​ເລີຍ

ທີມ​ນັກ​ໂພສະ​ນາ​ການ​ຊາວ​ອົດສະຕາລີ ​ສຶກ​ສາ​ໄວ​ໜຸ່ມ 800 ຄົນ ພົບ​ວ່າ ການ​ໄດ້​ກິນ ອາຫານ​ເຊົ້າ ທີ່​ມີ​ສານ​ອາຫານ​ບາງ​ປະ​ເພດ​ຊ່ວຍ​ໃນ​ເລື່ອງ​ການເຮັດວຽກງານ​ຂອງ​ສະຫມອງ ໂດຍ​ພົບ​ວ່າ​ ເຮັດ​ຄະ​ແນນ​ໃນ​ຫ້ອງ​ຮຽນ​ໄດ້​ດີ​ຂຶ້ນ ແລະ ​ມີ​ສຸຂະພາບ​ຈິດ​ດີ​ຂຶ້ນ​ນໍາອີກ ເຫັນ​ແລ້ວ​ອົດ​ບໍ່​ໄດ້​ທີ່​ຈະ​ນຳ​ມາ​ບອກ​ຕໍ່ ເພາະ​ນອກ​ຈາກ​ຈະ​ດີ​ຕໍ່​ສຸຂະພາບ​ສະຫມອງ​ແລ້ວ ວິທີ​ເຮັດ​ກໍ່ງ່າຍ​ແບບ​ທີ່​ບໍ່​ຕ້ອງ​ກວນແມ່ ແລະ ​ບໍ່​ເສຍ​ເວລາ​ກຽມ​ເທົ່າໃດ ມາ​ລອງ​ເຮັດ​ກັນ​ເລຍ

ສູດ​ທີ່ 1 ຊີ​ລຽວ​ຈາກ​ທັນຍາ​ພືດ​ທີ່​ບໍ່​ຂັດ​ສີ ຕື່ມ​ນົມ​ສົ້ມ​ແບບ​ບໍ່​ມີ​ໄຂ​ມັນ​ ຫລື​ ໄຂ​ມັນ​ຕ່ຳ ຈາກ​ນັ້ນ​ຕື່ມກ້ວຍ​ຫອມ​ຊອຍເປັນ​ປ່ຽງ​ລົງ​ໄປ ຄົນ​ໃຫ້​ເຂົ້າ​ກັນ

ສູດ​ທີ່ 2 ໂຍ​ເ​ກິດ ​ແບບ​ບໍ່​ມີ​ໄຂ​ມັນ​ ຫລື​ ໄຂ​ມັນ​ຕ່ຳ ໃສ່​ເຂົ້າ​ໂອດບົດ​ຫຍາບ ​ແລະ​ຫມາກໄມ້​ຕ່າງໆ ທີ່​ມັກ ເຊັ່ນ ກີ​ວີ ແອບ​ເປີ້ນ ສະ​ຕໍເບີ​ລີ (ບໍ່​ຄວນ​ເປັນ​ຫມາກໄມ້​ທີ່​ມີ​ລົດ​ຫວານ) ຄົນ​ໃຫ້​ເຂົ້າ​ກັນ

ສູດ​ທີ່ 3 ແຊນ​ວິດ​ທູ​ນາ ໃຊ້​ຂະໜົມ​ປັງ​ບໍ່​ຂັດ​ຂາວ ຊີ້ນປາ​ທູ​ໜ້າ ແລະ ​ທີ່​ຂາດ​ບໍ່​ໄດ້​ຄື​ໝາກເລັ່ນ​ສີ​ແດງ​ສົດ

ສ່ວນ​ປະສົມ​ຫລັກໆ ບອກ​ໄປ​ແລ້ວ​ ສ່ວນ​ໃຜ​ຈະ​ມີ​ເຄັດ​ລັບ​ຫຍັງ ກໍ​ສາມາດ​ເພິ່ມເຕີ່ມ​ໄດ້​ຕາມ​ໃຈມັກ ກິນອື່ມແລ້ວ ຢ່າ​ລືມ​ເພີ່ມ​ພະລັງ​ສະຫມອງ​ອີກ​ທາງ​ໜຶ່ງດ້ວຍ​ການ​ອອກ​ກຳ​ລັງ​ກາຍ​

ບົດຄວາມຫຼ້າສຸດ

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...