spot_img
Homeຂ່າວຕ່າງປະເທດຄວາມ​ຂັດ​ແຍ້ງ​ກັນ​​ກ່ຽວ​ກັບ​ໝູ່​ເກາະ​ໃກ້​ກັບ Hokkaido ຂອງຍີ່ປຸ່ນ ແລະ ຣັດເຊຍ

ຄວາມ​ຂັດ​ແຍ້ງ​ກັນ​​ກ່ຽວ​ກັບ​ໝູ່​ເກາະ​ໃກ້​ກັບ Hokkaido ຂອງຍີ່ປຸ່ນ ແລະ ຣັດເຊຍ

Published on

ຣັດ​ເຊຍ​ແລະ​ຍີ່​ປຸ່ນ​ຍັງ​ບໍ່​ທັນ​ຢຸດ​ຕິ​ການ​ປະ​ທະ​ກັນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ​ຢ່າງ​ເປັນ​ທາງ​ການ ຍ້ອນ​ການ​ຂັດ​ແຍ້ງ​ກັນ​ມາ​ເປັນ​ເວ​ລາ​ດົນ​ນານ​ກ່ຽວ​ກັບ​ໝູ່​ເກາະ​ໃກ້​ກັບ Hokkaido…. ຊາວຣັດ​ເຊຍ​ເອີ້ນ​ໝູ່​ເກາະ​ດັ່ງກ່າວ​ວ່າ ​ໝູ່​ເກາະ Kuril, ​ແຕ່​ຍີ່ປຸ່ນ​ເອີ້ນ​ເກາະ​ດັ່ງກ່າວ​ວ່າ​ເປັນ​ເຂດ​ດິນແດນພາກ​ເໜືອ​ຂອງ​ຍີ່ປຸ່ນ.

ຍີ່ປຸ່ນ​ ​ມີຄວາມບໍ່ພໍໃຈ ​ພາຍຫຼັງຣັດ​ເຊຍ​ຖອນ​ຕົວ​ອອກ​ຈາກ​ການ​ເຈລະຈາ​ສັນຕິພາບ ​ແລະ ໄດ້​ຢຸດຕິ​ບັນດາ​ໂຄງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່​ໝູ່​ເກາະ Kuril ທີ່​ມີ​ການ​ຂັດ​ແຍ້​ງກັນ​ຍ້ອນ​ ຂວ້ຳບາດ ທີ່​ຍີ່​ປຸ່ນປະຕິບັດຕໍ່ຣັດ​ເຊຍ ຍ້ອນຣັດ​ເຊຍ ໄດ້​ບຸກ​ໂຈມ​ຕີ​ຢູ​ເຄຣນ.

ເຊີ່ງໝູ່​ເກາະ​ເຫຼົ່າ​ນັ້ນໄດ້ຖືກຍຶດໂດຍລັດເຊຍ (ເວລານັ້ນແມ່ນສະຫະພາບໂຊວຽດ) ໃນຕອນທ້າຍຂອງສົງຄາມໂລກຄັ້ງທີສອງ.

ໃນປັດຈຸບັນ, ນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ກ່າວວ່າ: ທ່ານຄັດຄ້ານການຕັດສິນໃຈຂອງຣັດເຊຍ, ໂດຍຖືວ່າເປັນສະຖານະການ “ບໍ່ຍຸດຕິທຳ” ແລະ “ບໍ່ສາມາດຍອມຮັບໄດ້ຢ່າງສົມບູນ.”

ທ່ານ Fumio ບອກ​ຕື່ມວ່າ: ຣັດເຊຍ ໄດ້ໃຊ້ການຂວ້ຳບາດ ເປັນຂໍ້ແກ້ຕົວເພື່ອຍົກເລີກການເຈລະຈາກ່ຽວກັບສົນທິສັນຍາ, ແຕ່ວ່າຍີ່​ປຸ່ນ​ຈະ​ຍຶດ​ໝັ້ນ​ກັບ​ການຂວ້ຳບາດ ​​ຕໍ່​ຣັດເຊຍ ​ແລະ ​ບໍ​ລິ​ສັດ​ລັດ​ເຊຍ.

ອ້າງອີງ: https://www.japantimes.co.jp/news/2022/03/22/national/russia-japan-peace-treaty-talks-halted/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...