Homeຂ່າວຕ່າງປະເທດໄທພົບຜູ້ຕິດເຊື້ອໂຄວິດ-19 4 ຄົນ ສາຍພັນຍ່ອຍ BA.2.2

ໄທພົບຜູ້ຕິດເຊື້ອໂຄວິດ-19 4 ຄົນ ສາຍພັນຍ່ອຍ BA.2.2

Published on

ຫົວໜ້າກົມວິທະຍາສາດການແພດ ເປີດເຜີຍວ່າ: ໄທພົບຜູ້ຕິດເຊື້ອໂຄວິດ-19 ຊະນິດຍ່ອຍ BA.2.2 4 ຄົນຄ້າຍກັນກັບຢູ່ຮົງກົງ ພ້ອມ​ຮຽກຮ້ອງ​ໃຫ້​ປະ​ຊາ​ຊົນ​ຢ່າຕົກ​ໃຈ​ ເນື່ອງຈາກວ່າມັນບໍ່ໄດ້ຖືກປະເມີນວ່າເປັນຊະນິດທີ່ຫນ້າເປັນຫ່ວງ.

ອີງຕາມການລາຍງານຂອງສຳນັກຂ່າວ ໄທພີບີເອັສ ລາຍງານໃນວັນທີ 14 ມີນາ 2022 ຜ່ານມາວ່າ: ດຣ.ສຸພາກິດ ສິລິລັກ ຫົວໜ້າກົມວິທະຍາສາດການແພດກ່າວ​ວ່າ: ຄວາມ​ຄືບ​ໜ້າ​ຂອງ​ການ​ເຝົ້າ​ລະ​ວັງ​ສາຍ​ພັນ​ໂຄ​ວິດ-19 ຢູ່​ໄທ​ນັບ​ແຕ່​ວັນ​ທີ 5-11 ມີ​ນາ 2022 ​ໄດ້​ສຸ່ມ​ກວດ​ເຊື້ອ​ໂຄ​ວິດ-19 ຈຳນວນ 1,967 ຄົນ ແລະ ພົບ​ວ່າເປັນສາຍພັນໂອໄມຄຣອນ 1,961 ຄົນ ຫຼື 99,69% ແລະ ສາຍພັນເດລຕາ 6 ຄົນ ຫຼື 0,31%

ໃນຂະນະທີ່ອັດຕາສ່ວນການແຍກສາຍພັນຍ່ອຍ BA.1 ແລະ BA.2 ໃນຮອບວັນທີ 5-11 ມີນາທີ່ຜ່ານມາ ຈາການກວດຈໍານວນ 1.882 ຕົວຢ່າງ ພົບວ່າສາຍພັນຍ່ອຍ BA.2 ພົບຈຳນວນຫຼາຍເຖິງ 1.272 ຕົວຢ່າງ ກວມເອົາ 67.6%. ຂະນະທີ່ BA.1 ຈຳນວນ 610 ຕົວຢ່າງ ກວມເອົາ 32,4%, ເຊິ່ງສອດຄ່ອງກັບຜົນການແຍກສາຍພັນຕາມເຂດສຸຂະພາບໃນທົ່ວປະເທດ.

ດຣ ສຸພາກິດ ໃຫ້ຮູ້ວ່າ: BA.2.2 ເປັນຊະນິດທີ່ຍັງບໍ່ທັນໄດ້ກຳນົດວ່າເປັນສາຍພັນທີ່ໜ້າເປັນຫ່ວງ ຫຼື ເປັນຊະນິດທີ່ຕ້ອງເຝົ້າຕິດຕາມ. ເນື່ອງຈາກວ່າຕ້ອງສຶກສາຫາຂໍ້ມູນເພີ່ມເຕີມກ່ຽວກັບຄວາມສາມາດໃນການແຜ່ລະບາດຂອງມັນ.

ສ່ວນປະສິດທິພາບການລະບາດ, ຄວາມຮຸນແຮງ, ແລະການຕໍ່ຕ້ານປະສິດທິພາບຂອງວັກຊີນ ຈາກຂໍ້ມູນທາງລະບາດວິທະຍາຍັງບໍ່ມີການຢັ້ງຢືນວ່າຊະນິດຍ່ອຍນີ້ມີປະສິດທິພາບຮ້າຍແຮງຫຼາຍກ່ວາ BA.1 ແລະ BA.2.

ສະນັ້ນຕ້ອງກັງວົນ ພ້ອມ​ທັງ​ຢືນຢັນ​ວ່າ ກົມ​ວິທະຍາສາດ​ມີ​ຄວາມ​ສາມາດ​ພຽງພໍ​ທີ່​ຈະ​ຊ່ວຍ​ຕິດຕາມ ​ແລະ ເຝົ້າລະວັງ​ບັນຫາ​ນີ້ ແລະ ຈະນຳເອົາຂໍ້ມູນມາແລກປ່ຽນເພື່ອອະທິບາຍຄວາມຄືບໜ້າໃຫ້ປະຊາຊົນໄດ້ຮັບຮູ້ໃນຕໍ່ໜ້າ.

ບົດຄວາມຫຼ້າສຸດ

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...