ສານຕັດສິນ ປະຫານຊີວິດພໍ່ຄ້າຢາເສບຕິດລາຍໃຫຍ່

0
1542

ຫຼາຍປີຜ່ານມານີ້ ສັງຄົມໄດ້ເກີດຄວາມສົນໃຈໃນການດຳເນີນຄະດີຕໍ່ ສີສຸກ ດາວເຮືອງ ທີ່ຕົກເປັນຜູ້ຖືກຫາໃນຫຼາຍຄະດີ ໂດຍສະເພາະໃນຂໍ້ຫາຄະດີຢາເສບຕິດລາຍໃຫຍ່ ຫຼ້າສຸດສານໄດ້ພິພາກສາຕັດສິນລົງໂທດແລ້ວ ທ້າວ ສີສຸກ ດາວເຮືອງ ພ້ອມພັກພວກແລ້ວ. ໃນວັນທີ 3 ມີນາ 2022 ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນ ທ້າວ ສີສຸກ ດາວເຮືອງ ( ຈຳເລີຍ 1 ) ອາຍຸ 45 ປີ, ນັກທຸລະກິດ ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ , ໃນສະຖານ ການຄ້າຂາຍຢາເສບຕິດ, ການຟອກເງິນ ແລະ ການຊື້ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ ດ້ວຍການປະຫານຊີວິດ;

ໃນນີ້ໄດ້ຕັດສິນຈຳຄູກພັກພວກທີ່ຮ່ວມຂະບວນການ ອີກ 4 ຄົນ:

1. ທ້າວ ຜ່ອງສີ ນວນນີວົງ ( ຈຳເລີຍ 2 ) ອາຍຸ 44 ປີ, ນັກທຸລະກິດ ບ້ານນາ ເມືອງໄຊທານີ ນະຄອນຫຼວງວຽງຈັນໃນສະຖານ: ມີຢາເສບຕິດໄວ້ໃນຄອບຄອງ ( ຢາໄອສ໌ ), ການຟອກເງິນ, ການຊື້ຊັບພົນລະເມືອງຜິດກົດໝາຍ ແລະ ການໃຊ້ເອກະສານປອມ ສານຕັດສິນຈຳຄຸກ 7 ປີ 3 ເດຶືອນ,

2. ນາງ ອຸໄລວັນ ພາວິວົງກອນ ( ຈຳເລີຍ 3 ) ອາຍຸ 60 ປີ, ຄ້າຂາຍ ບ້ານປາກກະດິງເໜຶອ ເມືອງປາກກະດິງ ແຂວງບໍລິຄຳໄຊ, ຄ້າຂາຍຢາເສບຕິດ ແລະ ການຟອກເງິນ ຕັດສິນຈຳຄຸກຕະຫຼອດຊີວິດ,

3. ທ້າວ ທົງໄຊ ( ຈຳເລີຍ 4 ) ອາຍຸ 27 ປີ, ກຳມະກອນ, ບ້ານໜອງປາໄນ, ເມືອງສີໂຄດຕະບອງມີຢາເສບຕິດໄວ້ໃນຄອບຄອງ (ຢາອີ) ແລະ ການມີອາວຸດເສິກໄວ້ໃນຄອບຄອງບໍ່ຖືກຕ້ອງຕາມກົດໝາຍ ຕັດສິນ 7 ປີ,

4. ທ້າວ ວິປະກອນ ບຸນຜາປະເສີດ ( ຈຳເລີຍ 5) ອາຍຸ 28 ປີ ພະນັກງານ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊື້ຂາຍອາວຸດເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ ຕັດສິນຈຳຄຸກ 4 ປີ 11 ເດືອນ 11 ວັນ ພ້ອມຮີບຊັບສິນຈໍານວນໜຶ່ງ.

ໃນສຳນວນຄະດີໄດ້ໃຫ້ຮູ້ວ່າ: ທ້າວ ສີສຸກ ດາວເຮືອງ ຖືກເຈົ້າໜ້າທີ່ຈັບຕົວໄດ້ໃນເວລາ 1:00 ໂມງ ຂອງວັນທີ 1 ເມສາ 2017 ພ້ອມກັບ ທ້າວ ທົງໄຊ ແລະ ທ້າວ ວິປະກອນ ແລະ ກວດຄົ້ນລົດ ພົບເຫັນປືນສັ້ນ P22 ຈຳນວນ 1 ກະບອກ ພ້ອມລູກຈຳນວນ 10 ລູກ ຢູ່ໃນປະຕູລົດ, ຫຼັງຈາກຖືກຈັບຕົວແລ້ວ ເຈົ້າໜ້າທີ່ໄດ້ກວດຄົ້ນເຮືອນຂອງທ້າວທທົງໄຊ ສາມາດກວດຢຶດປືນໄດ້ 4 ກະບອກ ແລະ ລູກປືນ 100 ກ່ວາລູກ ຊຶ່ງເປັນປືນຂອງທ້າວມສີສຸກ ທີ່ໄດ້ບອກໃຫ້ທ້າວ ທົງໄຊ ເອົາໄປເກັບຮັກສາ ໄວ້ທີ່ເຮືອນ.

ທ້າວ ທົງໄຊ ບອກວ່າກັບເຈົ້າໜ້າທີ່ວ່າ : ສາເຫດທີ່ເອົາປືນໃຫ້ທ້າວ ສີສຸກ ເອົາປືນ ໄວ້ໃນເຮືອນນັ້ນຍ້ອນວ່າຢ້ານຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວ ແລ້ວກວດຄົ້ນເຮືອນ, ສ່ວນປືນສັ້ນ P22 ຈໍານວນ 1 ກະບອກພ້ອມລູກ ຈໍານວນ 10 ລູກ ທ້າວ ສີສຸກ ເອົາຕິດຕົວໄວ້ເພື່ອປ້ອງກັນຕົວ ແລະ ກວດຄົ້ນເຮືອນຂອງ ທ້າວ ສີສຸກ ພົບເຫັນຂອງກາງຢາເສບຕິດ (ຢາໄອສ໌) ຈຳນວນ 3 ຖົງນ້ອຍ ນ້ຳໜັກ 12,4 ກຼາມ ແລະ ຄັນຊາແຫ້ງ ຈຳນວນ 1 ຖົງ ນ້ຳໜັກ 29,9 ກຼາມ.

ທ້າວ ທົງໄຊ ຫຼື ເຫຼືອກ (ຈຳເລີຍ 4) ໄດ້ເປັນຄົນຮັບໃຊ້ ຈຳເລີຍ1 ມາແຕ່ປີ 2014 ໄປຕາມສະຖານທີ່ຮ້ານບັນເທີງຕ່າງໆ ໄປແຕ່ລະຄັ້ງ ຈຳເລີຍ1 ຈະເອົາຢາອີ ໃຫ້ເກັບຮັກສາຄັ້ງລະ 8 ຫາ 10 ເມັດ, ບາງຄັ້ງ ຍັງບອກໃຫ້ເອົາຢາອີໃສ່ຈອກເຫຼົ້າ, ຈອກເບຍ ແລະ ໄປແຕ່ລະຄັ້ງ ຈຳເລີຍ 1 ຈະເອົາເງິນຄ່າຈ້າງໃຫ້ຄັ້ງລະ 1.000 ບາດ,

ມາຮອດໃນໄລຍະເດືອນ ມັງກອນ 2017 ທ້າວ ໄຊຊະນະ ແກ້ວພິມພາ ຖືກເຈົ້າໜ້າທີ່ປະເທດໄທຈັບຕົວ ແລ້ວ ຈຳເລີຍ 1 ຈຶ່ງໄດ້ໄດ້ໂທລະສັບບອກໃຫ້ ຈຳເລີຍ4 ມາເອົາປືນຢູ່ເຮືອນຂອງ ຈຳເລີຍ1 ໄປເກັບມ້ຽນໄວ້ຢູ່ເຮືອນຂອງ ຈຳເລີຍ 4 ຈຳນວນ 4 ກະບອກ ຄື: ປືນສັ້ນຍີ່ຫໍ້ກັອກ17 ຈຳນວນ 1 ກະບອກ ພ້ອມລູກຈຳນວນ 15 ລູກ, ປືນສັ້ນບິບີກັນດັດແປງ 1 ກະບອກ ພ້ອມລູກຈຳນວນ 6 ລູກ, ປືນສັ້ນ P238 ສີດຳ ຈຳນວນ 1 ກະບອກພ້ອມລູກຈຳນວນ 02 ລູກ ແລະ ປືນສັ້ນຍີ່ຫໍ້ ຫັນລີ ຈຳນວນ 1 ກະບອກ ພ້ອມລູກຈຳນວນ 5 ລູກ ແລະ ຍັງມີລູກປືນອີກຈຳນວນໜຶ່ງບໍ່ໄດ້ນັບ,

ວັນທີ 31 ມີນາ 2017 ເວລາ 10:00 ໂມງ ຈຳເລີຍ 1 ໄດ້ໂທລະສັບບອກໃຫ້ ຈຳເລີຍ4 ໄປຫາຢູ່ເຮືອນ ເພື່ອເດີນທາງໄປແຂວງຫຼວງພະບາງ, ຈາກນັ້ນ ຈຳເລີຍ 4 ກໍເອົາປືນສັ້ນ P238 ສີດຳ 1 ກະບອກ ພ້ອມລູກ 2 ລູກ ໃສ່ໃນກະເປົາພາຍສີດຳແລ້ວໄປນໍາ, ເມື່ອໄປຮອດເຮືອນຂອງ ຈຳເລີຍ 1 ກໍໄດ້ເອົາຢາອີ ໃຫ້ຕົນ ຈຳນວນ 8 ເມັດ ທີ່ບັນຈຸໃສ່ໃນຖົງຢາງສີຂາວ ເກັບຮັກສາໄວ້, ຈາກນັ້ນ ໄປຮັບເອົາ ຈຳເລີຍ 5 ພາກັນເດີນທາງໄປແຂວງ ຫຼວງພະບາງ ມາຮອດວັນທີ 1 ເມສ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວແລ້ວກວດຄົ້ນຕົວພົບເຫັນປືນສັ້ນ 1 ກະບອກ ພ້ອມລູກ 2 ລູກ ແລະ ຢາອີ 8 ເມັດ ແລະ ຕໍ່ມາເຈົ້າໜ້າທີ່ຈຶ່ງໄດ້ທຳການກວດຄົ້ນເຄຫະສະຖານເຮືອຂອງ ຈຳເລີຍ 4 ພົບເຫັນປືນຈໍານວນ 3 ກະບອກ ພ້ອມດ້ວຍລູກປືນ ທີ່ຈໍາເລີຍ 1 ນໍາມາຝາກໄວ້.

ທ້າວ ວິປະກອນ ຫຼື ລີ່ ( ຈຳເລີຍ 5) ໄດ້ຊື້ປືນສັ້ນຍີ່ຫໍ້ ເຊເປ ( K54) ຈຳນວນ 1 ກະບອກ ພ້ອມລູກຈຳນວນ 8 ລູກ ນຳຄົນບໍ່ຮູ້ຊື່ ໃນລາຄາ 10.000 ບາດ ຢູ່ແຂວງຈຳປາສັກ, ພາຍຫຼັງຊື້ມາແລ້ວກໍເອົາໄວ້ກະເປົາພາຍຕິດຕົວໄປນຳຕະຫຼອດ ເພື່ອໄວ້ປ້ອງກັນຕົວ, ມາຮອດວັນທີ 31 ມີນາ 2017 ເວລາ 10:00 ໂມງ ຈຳເລີຍ 1 ແລະ ຈຳເລີຍ 4 ໄດ້ຂັບຂີ່ລົດ ມາຮັບຕົນຢູ່ເຮືອນແລ້ວກໍພາກັນຂັບຂີ່ລົດໄປຮັບເອົາ ທ້າວ ປອນ, ແລ້ວກໍພາກັນຂັບຂີ່ລົດ ເດີນທາງໄປແຂວງຫຼວງພະບາງຈຸດປະສົງແມ່ນໄປທ່ຽວຫຼິ້ນ ແລະ ແຂ່ງເຮືອເຈັດສະກີ້ຢູ່ເຄື່ອນນ້ຳຄານ, ພໍໄປຮອດກໍພາກັນໄປຂອງຫ້ອງພັກ ແລະ ເລາະທ່ຽວຕາມແຜນທີ່ຕົກລົງກັນໄວ້;

ມາຮອດວັນທີ 1 ເມສາ 2017 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມ ດ້ວຍປືນສັ້ນຍີ່ຫໍ້ ເຊເປ (K54) 1 ກະບອກ ພ້ອມລູກ 8 ລູກ ມາດຳເນີນຄະດີຕາມກົດໝາຍ. ລາຍລະອຽດຂອງຄະດີຕິດຕາມອ່ານໄດ້ໃນໜ້າໜັງສືພິມຄວາມສະຫງົບ ແລະ ພວກເຮົາຈະລາຍງານລະອຽດອີກຄັ້ງໜຶ່ງ ໃນເພຈຂອງພວກເຮົາ. ພາບ-ຂ່າວ: ໜັງສືພິມຄວາມສະຫງົບ

ພາບ-ຂ່າວ: ໜັງສືພິມຄວາມສະຫງົບ