spot_img
Homeຂ່າວຕ່າງປະເທດພົບເຫັນຜູ້ເສຍຊີວິດເພີ່ມອີກ 2 ຄົນ ຈາກເຫດເຮືອຫຼົ້ມນອກຝັ່ງທະເລຮອຍອັນ

ພົບເຫັນຜູ້ເສຍຊີວິດເພີ່ມອີກ 2 ຄົນ ຈາກເຫດເຮືອຫຼົ້ມນອກຝັ່ງທະເລຮອຍອັນ

Published on

ອີງຕາມການລາຍງານຈາກເວັບໄຊ້ຂ່າວ MGR Online ໄດ້ລາຍງານກ່ຽວກັບຍອດຜູ້ເສຍຊີວິດຈາກອຸບັດຕິເຫດເຮືອທ່ອງທ່ຽວຫຼົ້ມຢູ່ເຂດນອກຊາຍຝັ່ງທາງພາກກາງຂອງຫວຽດນາມເມື່ອວັນທີ 26 ທີ່ຜ່ານມາ ເພີ່ມຂຶ້ນເປັນ 15 ຄົນຫຼັງພົບເພີ່ມອີກ 2 ສົບເມື່ອວັນທີ 27 ຕາມການລະບຸຂອງເຈົ້າໜ້າທີ່ເມືອງຮອຍອັນ ແຂວງກວ່າງນາມ.

ເຫດການໃນຄັ້ງນີ້ເຮືອໄວຂອງ ເຟືອງດົ່ງ ມີນັກທ່ອງທ່ຽວ 36 ຄົນ ແລະ ລູກເຮືອ 3 ຄົນຢູ່ເທິງເຮືອ ​ໄດ້​ເດີນທາງ​ອອກຈາກ​ເກາະ​ຈາມ​ກັບ​ຄືນ​ສູ່​ຝັ່ງ ແລະ​ໄດ້​ຖືກ​ຄື້ນ​ຟອງ​ໃຫຍ່​ພັດ​ໄປ​ຢູ່​ຫ່າງ​ຈາກ​ຫາດ​ຊາຍ 3 ກິ​ໂລ​ແມັດ.

ເຈົ້າ​ໜ້າ​ທີ່​ໄດ້​​ຢືນ​ຢັນສຳຫຼັບເຮືອລຳດັ່ງກ່າວ​ບໍ່ໄດ້ບັນທຸກຜູ້ໂດຍສານເກີນຈຳນວນທີ່ກຳໜົດ ເຊິ່ງຜູ້​ເຄາະ​ຮ້າຍ 15 ຄົນ​ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ນະຄອນ​ໂຮ່ຈິ​ມິນ ​ແລະ ຮ່າ​ໂນ້ຍ, ຈາກທັງໝົດ 34 ຄົນ​ທີ່​ຖືກ​ພາ​ຂຶ້ນ​ຝັ່ງຍັງມີອີກ 5 ຄົນທີ່ຍັງບໍ່ພົບຈົນຮອດວັນທີ 27 ໄດ້ພົບເຫັນສົບອີກ 2 ຄົນເປັນ​ຜູ້ຍິງ​ອາຍຸ 24 ປີ ແລະ​ເດັກ​ຊາຍ​ອາຍຸ 12 ປີ, ເຊິ່ງທັງ​ສອງ​ຄົນ​ຈະ​ໄດ້​ມອບ​ໃຫ້​ຄອບຄົວ​ໃນ​ໄວໆ​ນີ້.

ເຂດ​ທະ​ເລ​ຈາກ ​ແຂວງບິ່ງດິງ ທາງ​ພາກ​​ກາງຕອນໃຕ້​ໄປ​ຮອດ ​ແຂວງກ່າເມົາ ທາງ​ພາກ​ໃຕ້​ໄດ້​ມີ​ລົມ​ແຮງ​ມາ​ເປັນ​ເວລາ 1 ອາທິດ​ແລ້ວ, ​ໃນ​ຂະນະ​ທີ່ເກາະຈາມ ຫ່າງ​ຈາກ​ທ່າ​ເຮືອຮອຍອັນປະມານ 18 ກິ​ໂລ​ແມັດ, ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ນິຍົມເຊິ່ງໃຊ້ເວລາໃນການເດີນທາງດ້ວຍເຮືອຈັກປະມານ 15 ນາທີຈາກຝັ່ງໄປຫາເກາະ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...