spot_img
Homeຂ່າວພາຍ​ໃນມ.ສ ລຽວໂຕວ໌ ຈັດພິທີວາງສີລາລຶກກຽມສ້າງອາຄານຮຽນຫຼັງໃໝ່ມູນຄ່າ 9 ຕື້ກວ່າກີບ

ມ.ສ ລຽວໂຕວ໌ ຈັດພິທີວາງສີລາລຶກກຽມສ້າງອາຄານຮຽນຫຼັງໃໝ່ມູນຄ່າ 9 ຕື້ກວ່າກີບ

Published on

ອີງຕາມການລາຍງານຈາກວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ຫຼື CRI ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ກຸມພາ 2022 ນີ້ ທີ່ໂຮງຮຽນ ມ.ສ ລຽວໂຕວ໌ ນະຄອນຫຼວງວຽງຈັນ ໄດ້ມີໂຄງການປຸກສ້າງອາຄານຮຽນຫຼັງໃໝ່ທີ່ສາມາດຮັບນັກຮຽນໄດ້ອີກ 1.000 ກວ່າຄົນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມປະສົງ ຈັນທະວົງ ຕາງໜ້າໂຮງຮຽນ ມ.ສ ລຽວໂຕວ໌, ທ່ານ ເລັ່ງ ສະຫວັນວາລີ ຕາງໜ້າຜູ້ອາວຸໂສຊາວຈີນ ແລະຄະນະກໍາມະການປຸກສ້າງ, ທ່ານ ທອງດີ ແກ້ວມະນີທອງ ຫົວໜ້າພະແນກສຶກສານະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເລັ່ງ ສະຫວັນວາລີ ໄດ້ກ່າວວ່າ: ໃນອາຄານຫຼັງນີ້ປະກອບມີອະນຸບານຈົນຮອດມັດທະຍົມຕອນປາຍ ມີທັງໝົດ 4 ຊັ້ນ, 28 ຫ້ອງຮຽນ ແລະ ໃຊ້ທຶນປຸກສ້າງອາຄານໃໝ່ຫຼັງນີ້ລວມ 800.000 ໂດລາສະຫະລັດ ຫຼື 9 ຕື້ກວ່າກີບໂດຍໄດ້ຮັບການປຸກລະດົມມາໄດ້ຫຼາຍປີແລ້ວຈາກລູກສິດເກົ່າຂອງໂຮງຮຽນລຽວໂຕວ໌ທີ່ຢູ່ລາວ ແລະ ຕ່າງປະເທດ ລວມເຖິງປະຊາຊົນທົ່ວໄປໃນສັງຄົມ.

ທ່ານ ສະໝານ ບົວຜາວົງ ອາຈານໂຮງຮຽນ ມ.ສ ລຽວໂຕວ໌ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ພວກເຮົາຮູ້ສຶກດີໃຈຫຼາຍເພາະພວກເຮົາໄດ້ຄອງຄອຍມາເປັນເວລາຫຼາຍປີ ເຊິ່ງຈະເປັນໂຮງຮຽນຈີນທີ່ໃຫຍ່ທີ່ສຸດໃນປະເທດລາວ ກໍຖືວ່າເປັນສິ່ງທີ່ທ້າທາຍ ແລະ ພວກເຮົາຕ້ອງໄດ້ສຸມກຳລັງເພື່ອເຮັດໃຫ້ໄດ້,ເມື່ອມີອາຄານຮຽນດີແລ້ວພວກເຮົາກໍຕ້ອງມີຄວາມຮູ້ຄວາມສາມາດໄປສິດສອນເພື່ອໃຫ້ເກີດດອກອອກຜົນໃຫ້ສົມກັບນັກຮຽນຢາກມາຮຽນກັບພວກເຮົາ.

ນອນຈາກນີ້ລັດຖະບານຈີນຍັງຈະຊ່ວຍເຫຼືອອຸປະກອນການຮຽນ, ລວມເຖິງສົ່ງຄູອາຈານສອນມາຊ່ວຍເຫຼືອຕື່ມອີກ ສຳຫຼັບໂຮງຮຽນລຽວໂຕວ໌ມີນັກສຶກສາ 3000 ກວ່າຄົນ, ລູກຫຼານນັກຮຽນລາວມີ 2000 ກວ່າຄົນ ເຫຼືອນັ້ນແມ່ນນັກຮຽນຕ່າງປະເທດ ແລະ ໃນອະນາຄົດຍັງຈະມີແຜນສ້າງມະຫາວິທະຍາໄລຕື່ມອີກຊຶ່ງຈະເປັນເງື່ອນໄຂດີໃຫ້ແກ່ຜູ້ປົກຄອງເດັກແລະນັກຮຽນເອງທີ່ສົນໃຈຢາກຮຽນຢູ່ພາຍໃນປະເທດ.

ບົດຄວາມຫຼ້າສຸດ

ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​

ໄພສັງຄົມ! ຈັບ​ແທັກ​ຊີ້ຫື່ນໃນຍີ່ປຸ່ນ ມອມຢາ ແລະ ​ຖ່າຍຄິບອານາຈານເກັບໄວ້ເບິ່ງ ​ຄາດ​ວ່າ​ມີ​ຜູ້​ໂດຍສານ​ຍິງຖືກຂົ່ມຂືນກວ່າ 50 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 22 ພຶດສະພາ 2025 ເຈົ້າໜ້າທີ່ຕໍາຫຼວດປະເທດຍີ່ປຸ່ນໄດ້ໃຫ້ຖະແຫຼງການວ່າ ສາມາດຈັບຊາຍຜູ້ຖືກຫາໃນຄະດີຂົ່ມຂືນ ຊື່ວ່າ:...

ໄທກຽມອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ

ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ 2025 ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ...

ລະທຶກ! ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​

ຍົນສ່ວນຕົວຕົກ​ ​ຢູ່ທີ່ເມືອງຊານດິເອໂກ ສະຫະລັດ​ອາ​ເມ​ລິ​ກາ ​ບ້ານເຮືອນ​​ຫຼາຍ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແລະ ມີ​ຜູ້​ເສຍ​ຊີວິດ 3 ຄົນ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ພຶດສະພາ 2025 ເກີດເຫດເຮືອບິນສ່ວນຕົວ Cessna 550...

ຮັບຮອງແລ້ວ “ຕາແສງຊ້າງມີໄຊ” ຢູ່ທີ່ເມືອງໄຊທານີ ນວ ມີທັງໝົດ 23 ບ້ານ

ຮັບຮອງສ້າງຕັ້ງຕາແສງທຳອິດ ຂອງນະຄອນຫຼວງວຽງຈັນ ຢູ່ເມືອງໄຊທານີ ຊື່ວ່າ "ຕາແສງຊ້າງມີໄຊ" ມີ 23 ບ້ານ ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ...