spot_img
Homeຂ່າວຕ່າງປະເທດຊາວເປຣູຮ່ວມໃຈກັນບໍລິຈາກເສັ້ນຜົມ ເພື່ອນໍາໄປກໍາຈັດຄາບນໍ້າມັນໃນທະເລ

ຊາວເປຣູຮ່ວມໃຈກັນບໍລິຈາກເສັ້ນຜົມ ເພື່ອນໍາໄປກໍາຈັດຄາບນໍ້າມັນໃນທະເລ

Published on

ໃນວັນທີ 23 ມັງກອນ 2022 ທີ່ຜ່ານມາ ຊາວເປຣູຫຼາຍຮ້ອຍໃນໃນເມືອງລິມາ ໄດ້ພ້ອມໃຈກັນອອກໄປຕັດຜົມທີ່ຮ້ານເສີມຄວາມງາມ ແລະ ຮ້ານຕັດຜົມ ເພື່ອນໍາເສັ້ນຜົມໄປບໍລິຈາກ ແລະ ໃຊ້ເປັນສິ່ງກໍາຈັດຄາບນໍ້າມັນຈໍານວນຫຼາຍທີ່ມີລອຍຢູ່ໜ້ານໍ້າທະເລບໍລິເວນແຄມຊາຍຫາດຂອງເມືອງທ່າກາຍາໂອ ໃຫ້ກັບເມືອງລິມາ ກໍ່ໃຫ້ເກີດຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ກັບລະບົບນິເວດທາງທະເລ ຫຼັງຈາກທີ່ເກີດເຫດການໂຮງງານກັ່ນນໍ້າມັນໄດ້ເຮັດນໍ້າມັນດິບຮົ່ວໄຫຼລົງທະເລໃນຊ່ວງທີ່ເກີດມີຄື້ນທະເລພັດເຂົ້າແຄມຝັ່ງເປຣູ ຫຼັງຈາກທີ່ເກີດພູເຂົາໄຟລະເບີດໃນຕອງກາ ໃນວັນທີ 15 ມັງກອນທີ່ຜ່ານມາ.

ການຕັດຜົມເພື່ອນໍາໄປບໍລິຈາກນັ້ນໄດ້ເກີດຂຶ້ນໃນຫຼາຍເມືອງທົ່ວປະເທດ ແລະ ຖືເປັນການສະແດງນໍ້າໃຈທີ່ເປັນອັນໜຶ່ງອັນດຽວກັນຂອງຊາວເປຣູໃນການກໍາຈັດຄາບນໍ້າມັນທີ່ຢູ່ໃນທະເລ.

ກ່ອນໜ້ານີ້ຊາວເປຣູໄດ້ປະທ້ວງຮຽກຮ້ອງໃຫ້ບໍລິສັດທີ່ເຮັດນໍ້າມັນຮົ່ວລົງທະເລນັ້ນອອກມາຊົດໃຊ້ຄວາມເສຍຫາຍທີ່ເກີດຂຶ້ນ ເພາະມັນສົ່ງຜົນເຮັດໃຫ້ນົກທະເລ ແລະ ສັດນໍ້າຕາຍເປັນຈໍານວນຫຼວງຫຼາຍ ແລະ ໃນຂະນະນີ້ເອງທາງລັດຖະບານຂອງປະເທດເປຣູໄດ້ປະກາດພາວະສຸກເສີນດ້ານສິ່ງແວດລ້ອມເປັນເວລາ 90 ມື້ ໃນພື້ນທີ່ແຄມຝັ່ງທະເລຂອງເມືອງລິມາ ເຊິ່ງໄດ້ຮັບຜົນກະທົບຈາກເຫດການນໍ້າມັນຮົ່ວໄຫຼໃນຄັ້ງນີ້ ໂດຍໄດ້ມີການລະບຸວ່າເປັນໜຶ່ງໃນໄພພິບັດທາງລະບົບນິເວດທີ່ສໍາຄັນທີ່ສຸດຂອງປະເທດ.

 ແຫຼ່ງຂ່າວ: Thairath

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...